ຄະນະປະຕິບັດງານໄດ້ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ ອາເມລິກາ ຍູ້ໄວຄວາມຄືບໜ້າການຖອດລະຫັດ ແລະ ມອບສົ່ງຮອບດ້ານກ່ຽວກັບບັນດາສຳເນົາເອກະສານທີ່ກ່ຽວຂ້ອງເຖິງເຂດທີ່ມີທະຫານ ຫວຽດນາມ ເສຍສະຫຼະຊີວິດ.
ທີ່ການເຮັດວຽກ. (ພາບ: VNA)
ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການໄປປະຕິບັດງານຢູ່ ອາເມລິກາ, ວັນທີ 14 ສິງຫາ, ຄະນະປະຕິບັດງານຄະນະຊີ້ນຳແຫ່ງຊາດກ່ຽວກັບການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ໂດຍທ່ານພົນໂທ ຫງວຽນວັນເກົາ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຮອງຫົວໜ້າຄະນະຜູ້ປະຈຳການຄະນະຊີ້ນຳ, ເປັນຫົວໜ້າຄະນະ, ໄດ້ເຮັດວຽກກັບອົງການກວດກາຈະນວນຊະເລີຍເສິກ ແລະ ຜູ້ຫາຍສາບສູນຂຶ້ນກັບກະຊວງສົງຄາມ ອາເມລິກາ (DPAA).
ທີ່ການເຮັດວຽກ, ຄະນະປະຕິບັດງານໄດ້ສະເໜີໃຫ້ບັນດາອົງການທີ່ມີໜ້າທີ່ ອາເມລິກາ ຍູ້ໄວຄວາມຄືບໜ້າການຖອດລະຫັດ ແລະ ມອບສົ່ງຮອບດ້ານກ່ຽວກັບບັນດາສຳເນົາເອກະສານທີ່ກ່ຽວຂ້ອງເຖິງເຂດທີ່ມີທະຫານ ຫວຽດນາມ ເສຍສະຫຼະຊີວິດ. ພ້ອມກັນນັ້ນ, ຄະນະຜູ້ແທນກໍ່ສະເໜີໃຫ້ DPAA ເພີ່ມທະວີການແບ່ງປັນຂັ້ນຕອນເຕັກນິກ ແລະ ຖ່າຍທອດບັນດາມາດຕະການສັງລວມ, ຫຼາຍຂະແໜງ, ທັນສະໄໝໃນການຢັ້ງຢືນຊື່ແລະນາມສະກຸນອັດຖິ.
ສ່ວນຜູ້ຕາງໜ້າ DPAA ຢືນຢັນວ່າ ການໜູນຊ່ວຍ ຫວຽດນາມ ໃນການຊອກຫາ, ທ້ອນໂຮມ ແລະ ຢັ້ງຢືນຊື່ ແລະ ນາມສະກຸນ ນັກຮົບເສຍສະຫຼະຊີວິດເພື່ອຊາດແມ່ນໜ້າທີ່ແຫ່ງຫຼັກສິນທຳ ແລະ ແມ່ນບຸລິມະສິດສຳຄັນ.
(ແຫຼ່ງຄັດຈາກ VOV)