ໄລ່ລວມໃນ 7 ເດືອນຂອງປີ 2026, ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 7,1 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດກວ່າ 31 ລ້ານເທື່ອຄົນ
ປີ 2026, ນະຄອນ ໂຮ່ຈີມິນ ໄດ້ວາງອອກເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວສາກົນ 11 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດ 50 ລ້ານເທື່ອຄົນ ແລະ ຍອດລາຍຮັບດ້ານການທ່ອງທ່ຽວບັນລຸ 12,57 ຕື້ USD. ໄລ່ລວມໃນ 7 ເດືອນຂອງປີ 2026, ທາງນະຄອນໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 7,1 ລ້ານເທື່ອຄົນ, ແຂກທ່ອງທ່ຽວພາຍໃນປະເທດກວ່າ 31 ລ້ານເທື່ອຄົນ, ຍອດລາຍຮັບດ້ານການທ່ອງທ່ຽວ ບັນລຸ 9,06 ຕື້ USD.
ຫວ່າງມໍ່ໆມານີ້, ເວບໄຊການທ່ອງທ່ຽວດີຈີຕອນ Agoda (Agoda) ໄດ້ປະກາດຕາຕະລາງຈັດອັນດັບລະດັບຄວາມສົນໃຈຂອງແຂກທ່ອງທ່ຽວ ເອີລົບ ຕໍ່ກັບບັນດາສະຖານທີ່ທ່ອງທ່ຽວຢູ່ ອາຊີ ໃນລະດູແລ້ງ 2026, ໃນນັ້ນ, ຫວຽດນາມ ຫຍັບຂຶ້ນ 1 ຂັ້ນເມື່ອທຽບໃສ່ປີ 2025, ຈາກອັນດັບທີ 5 ຂຶ້ນເປັນທີ 4. ສິ່ງທີ່ໜ້າສົນໃຈ, ຫວຽດນາມ ກໍ່ນອນໃນ top 3 ຈຸດນັດພົບທີ່ມີລະດັບຄວາມສົນໃຈເພີ່ມຂຶ້ນໄວທີ່ສຸດຂອງ ອາຊີ ຈາກຕະຫຼາດ ເອີລົບ.
ທ່ານ ວູງອັກເລິມ, ຜູ້ອຳນວຍການແຫ່ງຊາດ Agoda ຢູ່ ຫວຽດນາມ, ເນັ້ນໜັກວ່າ ເລື່ອງ ຫວຽດນາມ ບືນຕົວຂຶ້ນຢືນອັນດັບທີ 4 ໄດ້ສ່ອງແສງໃຫ້ເຫັນກຳລັງຄວາມດຶງດູດທີ່ນັບມື້ນັບເພີ່ມຂຶ້ນຂອງ ຫວຽດນາມ ຕໍ່ກັບແຫຼ່ງແຂກທ່ອງທ່ຽວ ເອີລົບ, ບໍ່ພຽງແຕ່ຈາກຕະຫຼາດທີ່ເປັນມູນເຊື້ອເທົ່ານັ້ນ, ຫາກຍັງຈາກບັນດາຕະຫຼາດທີ່ຫາກໍ່ພົ້ນເດັ່ນອີກດ້ວຍ.
(ແຫຼ່ງຄັດຈາກ VOV)