ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 81, ມີບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ແລະ ຢ້ຽມຢາມທາງລັດຖະກິດ ການາດາ ແຕ່ວັນທີ 20 - 25 ກັນຍາ.
ເມື່ອຕອບສຳພາດນັກຂ່າວກ່ອນການໄປປະຕິບັດງານ ທ່ານ ດັ້ງຮວ່າງຢາງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ, ນີ້ແມ່ນການໄປປະຕິບັດງານຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢູ່ສະຫະປະຊາຊາດ, ອາເມລິກາ ແລະ ການາດາ ຖັດຈາກກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ ແລະ ການເລືອກຕັ້ງສະພາແຫ່ງຊາດຊຸດທີ 16, ສະພາປະຊາຊົນທຸກຂັ້ນອາຍຸການ 2026-2031. ການໄປປະຕິບັດງານໄດ້ສົ່ງສານກ່ຽວກັບ ຫວຽດນາມ ກ້າວເຂົ້າສູ່ສັງກາດພັດທະນາໃໝ່, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.
ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ (1977-2027), ສືບຕໍ່ຢືນຢັນຕື່ມຄຳໝັ້ນສັນຍາຂອງ ຫວຽດນາມ ຕໍ່ລັດທິຫຼາຍຝ່າຍ, ບົດບາດໃຈກາງຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ. ຫວຽດນາມ ກໍ່ຈະແບ່ງປັນບົດຮຽນພາຍຫຼັງໄລຍະ 40 ປີ ແຫ່ງການປ່ຽນແປງໃໝ່ (1986-2026) ແລະ ປະກອບບັນດາຂໍ້ລິເລີ່ມກ່ຽວກັບການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄຸ້ມຄອງເຕັກໂນໂລຊີ.






