• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຕ້ອງ​ແມ່ນ​ແຫຼ່ງ​ຂ່າວທາງ​ການ ກຳ​ນົດ​ຫ່າງ​ສຽງ

ທ່ານ​ໂດ​ຕຽນ​ຊີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ທັງ​ເປັນ​ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ສູນ​ກາງ ຊີ້​ແຈ້ງວ່າ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາມ​ໃດ​ກໍ່​ອັບ​ເດດ ແລະ ຍູ້​ແຮງ​ການ​ໂຄ​ສະ​ນາເຜີຍ​ແຜ່​ບັນ​ດາ​ມະ​ຕິ, ຂໍ້ສະຫຼຸບ, ຄຳ​ສັ່ງ​…ຂອງ​ກົມ​ການ​ເມືອງ.
  ທ່ານ​ໂດ​ຕຽນ​ຊີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ທັງ​ເປັນ​ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ສູນ​ກາງ ກ່າວ​ຄຳ​ເຫນ​ທີ່ກອງ​ປະ​ຊຸມ (ພາບ: VOV)  

ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ຢູ່​ສູນ​ກະ​ຈາຍສຽງ​ແຫ່ງ​ຊາດ ເຮືອນ​ເລກ​ທີ 58 ຖະ​ໜົນ​ກວານ​ຊື້, ຮ່າ​ໂນ້ຍ, ຄະ​ນະ​ໂຄ​ສ​ະ​ນາສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ​ສູນ​ກາງ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ, ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ວຽກ​ງາ​ນ​ສື່ມວນ​ຊົນ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 101 ປີ​ແຫ່ງວັນ​ສື່ມວນ​ຊົນ ປະ​ຕິ​ວັດ ຫວຽດ​ນາມ (21/6/1925 -21/6/2026).

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ໂດ​ຕຽນ​ຊີ, ຜູ້​ອຳ​ນວຍ​ການ​ໃຫຍ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ທັງ​ເປັນ​ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ ສູນ​ກາງ ຊີ້​ແຈ້ງວ່າ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ຍາມ​ໃດ​ກໍ່​ອັບ​ເດດ ແລະ ຍູ້​ແຮງ​ການ​ໂຄ​ສະ​ນາເຜີຍ​ແຜ່​ບັນ​ດາ​ມະ​ຕິ, ຂໍ້ສະຫຼຸບ, ຄຳ​ສັ່ງ​…ຂອງ​ກົມ​ການ​ເມືອງ. ຄະ​ນະເລ​ຂາ​ທິ​ການສູນ​ກາງ​ພັກ, ພິ​ເສດ​ແມ່ນ​ບັນ​ດາ​ມະ​ຕິ​ຍຸດ​ທະ​ສາດ​ຂອງ​ພັກ, ບັນ​ດາ​ຄຳ​ສັ່ງ, ສານ​ຂອງ​ການ​ນຳ​ພັກ, ລັດ, ພິ​ເສດ​ແມ່ນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ… ໃນ​ທຸກ​ປ​ຼາດ​ຟອມ​ສື່ມວນ​ຊົນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ. ຈາກ​ນັ້ນ, ສ້າງ​ປະ​ກົດ​ການ​ທີ່​ຕັ້ງ​ໜ້າ ແລະ ແຜ່​ກະ​ຈາຍ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ປະ​ກອບ​ສ່ວນ​ພ້ອມ​ກັບ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ອື່ນ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ປະ​ຊາ​ຊົນ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ລາວ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ສະ​ເໜີ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ຍຸ​ຕິ​ທຳ​ສອງ​ປະ​ເທດ​ຕ້ອງ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍ​ມູນ​ເຊື້ອ​ອັນ​ດີ​ງາມ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ປະ​ສົບ​ການ​ປະ​ຕິ​ບັດ​ງານ.

Top