ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ, ຕອນບ່າຍວັນທີ 10 ສິງຫາ ຕາມເວລາທ້ອງຖິ່ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດຫວຽດນາມ ໂຕເລິມ ໄດ້ພົບປະກັບທ່ານນາງ Margaret Beazley ຜູ້ວ່າການລັດ New South Wales.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ ການພົວພັນ ຫວຽດນາມ ອົດສະຕາລີພວມພັດທະນາຢ່າງດີງາມ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ. ບົນພື້ນຖານນັ້ນ, ທ່ານເລຂາທິການໃຫຍ່,ປະທານປະເທດ ເຊື່ອໝັ້ນວ່າການຮ່ວມມືລະຫວ່າງ ລັດ New South Wales ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ຈະສືບຕໍ່ເລິກເຊິ່ງກວ່າອີກ ບົນພື້ນຖານການພົວພັນດ້ານການເມືອງອັນດີງາມ, ການພົວພັນແລກປ່ຽນປະຊາຊົນຢ່າງສະດວກກວ່າ. ພ້ອມກັບການສະເໜີແນະ ອົດສະຕາລີອາດສາມາດຄົ້ນຄ້ວາການປູກກາເຟຂອງ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງສອງຝ່າຍຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຄື: ກະສິກຳນຳໃຊ້ເຕັກໂນໂລຢີສູງ, ຊີວະສາດ, ການປຸງແຕ່ງຜະລິດຕະພັນກະເສດ, ການຄ້າ, ການລົງທຶນ… ຢັ້ງຢືນ ຫວຽດນາມ ສະໜັບສະໜູນການພັດທະນາຂອງ ອົດສະຕາລີ ແລະ ປາດຖະໜາຢາກພ້ອມກັນຮ່ວມມືເພື່ອຊຸກຍູ້ການພົວພັນລະຫວ່າງສອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ.
ສ່ວນທ່ານນາງ Margaret Beazley ຜູ້ວ່າການລັດ New South Wales ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງປະຊາຄົມຊາວອົດສະຕາລີເຊື້ອຊາດຫວຽດນາມ, ເຫັນດີເປັນເອກະພາບຕໍ່ຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ຽວກັບເລື່ອງນຳວິທະຍາສາດເຕັກໂນໂລຢີ, ນະວັດຕະກຳກາຍເປັນເສົາຄ້ຳໃໝ່ໃນການຮ່ວມມືລະຫວ່າງສອງປະເທດ, ພ້ອມກັນນັ້ນແມ່ນຊຸກຍູ້ເລື່ອງພ້ອມກັນບຳລຸງສ້າງຊັບພະຍາກອນມະນຸດຄຸນນະພາບສູງ, ພັດທະນາກະສິກຳ ແລະ ບັນດາຂົງເຂດອື່ນໆເຊິ່ງອາດຈະເປັນທ່າແຮງຂອງສອງຝ່າຍ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ Sydney, ອົດສະຕາລີ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານ Nicholas Moore, ທູດພິເສດຂອງລັດຖະບານອົດສະຕາລີກ່ຽວກັບອາຊີຕາເວັນອອກສ່ຽງໃຕ້, ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລິມ ຢັ້ງຢືນວ່າ ຫວຽດນາມຖືອົດສະຕາລີແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນມະຫາສະໝຸດອິນເດຍ ປາຊີຟິກ, ການພົວພັນລະຫວ່າງສອງປະເທດພວມຢື່ນຢູ່ຕໍ່ໜ້າຫຼາຍກາລະໂອກາດໃໝ່, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຕ້ອງສືບຕໍ່ໄດ້ຮັບການປັບປຸງພັດທະນາໃຫ້ນັບມື້ນັບແທ້ຈິງ, ມີປະສິດທິຜົນ, ເປົ້າໝາຍແມ່ນບໍ່ພຽງແຕ່ເປີດກວ້າງການຄ້າ ແລະ ການລົງທຶນເທົ່ານັ້ນແຕ່ສຳຄັນກວ່າແມ່ນພ້ອມກັນສ້າງບັນດາກຳລັງໜູນເຕີບໂຕໃໝ່ອີກດ້ວຍ.






