• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງການນຳຜູ້ຈົງຮັກພັກດີ, ເປັນແບບຢ່າງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າ.
  ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ໄຫວ້ອາໄລ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ລາວ (ພາບ: VNA)  

ຕອນ​ບ່າຍວ​ັນ​ທີ 09 ສິງ​ຫາ, ຢູ່​ນະ​ຄອນ​ຫຼວງ ວຽງ​​ຈັນ, ລາວ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ໂດຍ​ທ່ານພົນ​ໂທ ເລ​ວັນ​ຕ​ວຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ ແລະ ຄະ​ນະ​ຜ​ູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ທ່ານພົນ​ໂທ ຫງວຽນ​ເຈື່ອງ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ປ​້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ໄປ​ໄຫວ້​ອາ​ໄລ ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ລາວ.

ທີ່​ພິ​ທີ​ໄຫວ້​ອາ​ໄລ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ວາງ​ພວງ​ມາ​ລ​າ, ອາ​ໄລ​ຫາ​ທ່ານ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ, ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ສຸດຊຶ້ງ​ຕໍ່​ການ​ຈາກ​ໄປ​ຂອງ​ການ​ນຳຜູ້ຈົງ​ຮັກ​ພັກ​ດີ, ເປັນ​ແບບ​ຢ່າງ​ຂອງພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ລາວ ບັນ​ດາ​ເຜົ່າ. ກຳ​ລັງ​ຕຳ​ຫຼວດ ແລະ ກອງ​ທັບ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ບັນ​ດາ​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ, ຄວາມ​ເອົາ​ໃຈ​ໃສ່ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ທີ່​ມີ​ຕໍ່​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງກຳ​ລັງ​ຕຳ​ຫຼວດ ແລະ ກອງ​ທັບ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ແຕ່​ລະ​ປະ​ເທດ ກໍ​ຄື​ຢູ່​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄວ້ອາໄລ ປະທານສະພາແຫ່ງຊາດ ສປປ ລາວ ໄຊສົມພອນ ພົມວິຫານ

ທ່ານນາຍົກລັດຖະມົນຕີ ເລມິງຮືງ ໄວ້ອາໄລ ປະທານສະພາແຫ່ງຊາດ ສປປ ລາວ ໄຊສົມພອນ ພົມວິຫານ

ຕອນເຊົ້າວັນທີ 10 ສິງຫາ, ຄະນະຜູ້ແທນລັດຖະບານ ຫວຽດນາມ ນຳໂດຍທ່ານ ເລມິງຮືງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໄປວາງພວງມາລາ, ໄວ້ອາໄລ ທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ສປປ ລາວ ຢູ່ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ.

Top