ຂ່າວສານ

ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າໄຫວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ແລະ ຄະນະຜູ້ແທນກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ວາງພວງມາລາ, ອາໄລຫາທ່ານອະດີດປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງການນຳຜູ້ຈົງຮັກພັກດີ, ເປັນແບບຢ່າງຂອງພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ ລາວ ບັນດາເຜົ່າ.
  ຄະນະຜູ້ແທນກະຊວງຕຳຫຼວດ ຫວຽດນາມ ໄຫວ້ອາໄລ ທ່ານ ໄຊສົມພອນ ພົມວິຫານປະທານສະພາແຫ່ງຊາດ ລາວ (ພາບ: VNA)  

ຕອນ​ບ່າຍວ​ັນ​ທີ 09 ສິງ​ຫາ, ຢູ່​ນະ​ຄອນ​ຫຼວງ ວຽງ​​ຈັນ, ລາວ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ໂດຍ​ທ່ານພົນ​ໂທ ເລ​ວັນ​ຕ​ວຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ ແລະ ຄະ​ນະ​ຜ​ູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ທ່ານພົນ​ໂທ ຫງວຽນ​ເຈື່ອງ​ທັງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ປ​້ອງ​ກັນ​ປະ​ເທດ ຫວຽດ​ນາມ, ເປັນ​ຫົວ​ໜ້າ​ຄະ​ນະ, ໄດ້​ໄປ​ໄຫວ້​ອາ​ໄລ ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ ລາວ.

ທີ່​ພິ​ທີ​ໄຫວ້​ອາ​ໄລ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ຕຳ​ຫຼວດ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ວາງ​ພວງ​ມາ​ລ​າ, ອາ​ໄລ​ຫາ​ທ່ານ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ, ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຢ່າງ​ສຸດຊຶ້ງ​ຕໍ່​ການ​ຈາກ​ໄປ​ຂອງ​ການ​ນຳຜູ້ຈົງ​ຮັກ​ພັກ​ດີ, ເປັນ​ແບບ​ຢ່າງ​ຂອງພັກ, ລັດ, ສະ​ພາ​ແຫ່ງ​ຊາດ ແລະ ປະ​ຊາ​ຊົນ ລາວ ບັນ​ດາ​ເຜົ່າ. ກຳ​ລັງ​ຕຳ​ຫຼວດ ແລະ ກອງ​ທັບ ຫວຽດ​ນາມ ຍາມ​ໃດ​ກໍ່​ຈົດ​ຈຳ​ບັນ​ດາ​ນ້ຳ​ໃຈ​ອັນ​ລ້ຳ​ຄ່າ, ຄວາມ​ເອົາ​ໃຈ​ໃສ່ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ ທີ່​ມີ​ຕໍ່​ການ​ປັບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງກຳ​ລັງ​ຕຳ​ຫຼວດ ແລະ ກອງ​ທັບ 2 ປະ​ເທດ, ປະ​ກອບ​ສ່ວນ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຂອງ​ແຕ່​ລະ​ປະ​ເທດ ກໍ​ຄື​ຢູ່​ພາກ​ພື້ນ.


top