ຕອນບ່າຍວັນທີ 9 ສິງຫາ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ. (ພາບ: VNA)
ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ໄດ້ສົ່ງຄໍາເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະຄໍາຢື້ຢາມຖາມຂ່າວທີ່ຈິງໃຈຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະການນໍາຂັ້ນສູງຂອງຫວຽດນາມ ໄປຍັງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ, ບັນດາການນໍາຂັ້ນສູງລາວ ແລະຄອບຄົວຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ; ເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງ ຈະຜ່ານຜ່າການສູນເສຍອັນໃຫຍ່ຫຼວງນີ້, ສືບຕໍ່ບັນລຸຜົນງານໃໝ່ຫຼາຍຢ່າງໃນພາລະກິດສ້າງສາ ແລະພັດທະນາປະເທດຊາດ.
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ສະແດງຄວາມສະເທືອນໃຈ, ຂໍຂອບໃຈພັກ, ລັດຫວຽດນາມ ທີ່ໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມພິທີໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຊິ່ງສະແດງໃຫ້ເຫັນສະຫາຍອ້າຍນ້ອງທີ່ສະໜິດສະໜົມ, ຄວາມສາມັກຄີພິເສດ ແລະຈົງຮັກພັກດີລະຫວ່າງສອງປະເທດ.
ສອງຝ່າຍຢືນຢັນວ່າ ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ, ສອງພັກ, ສອງລັດ ແລະປະຊາຊົນຂອງສອງປະເທດ ກໍຈະສືບຕໍ່ຮັກສາ, ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດລະຫວ່າງ ຫວຽດນາມ - ລາວ ແລະຖ່າຍທອດໃຫ້ຄົນລຸ້ນຫຼັງ; ຍົກສູງປະສິດທິຜົນຂອງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ໃນນັ້ນມີການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງ ຫວຽດນາມ - ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.
(ແຫຼ່ງຄັດຈາກ qdnd.vm)