ນັບແຕ່ວັນທີ 23 ມິຖຸນາ ຮອດວັນທີ 08 ສິງຫາ, ຈຳນວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຊອກເຫັນຢູ່ເຂດນີ້ແມ່ນ 245 ຊຸດ.
ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດຕື່ມອີກ (ພາບ: VNA))
ວັນທີ 08 ສິງຫາ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ຂຶ້ນກັບກອງບັນຊາການນະຄອນ ໂຮ່ຈີມິນ ສືບຕໍ່ເປີດກວ້າງເຂດຊອກຫາຢູ່ເຂດ B, ສວນສາທາລະນະ ເລທິຣຽງ, ຜ່ານນັ້ນ, ໄດ້ພົບເຫັນ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ 18 ຊຸດຕື່ມອີກ. ນັບແຕ່ວັນທີ 23 ມິຖຸນາ ຮອດວັນທີ 08 ສິງຫາ, ຈຳນວນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ໄດ້ຊອກເຫັນຢູ່ເຂດນີ້ແມ່ນ 245 ຊຸດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະຜູ້ແທນກະຊວງອຸດສາຫະກຳການຄ້າ ຫວຽດນາມ ໂດຍທ່ານນາງ ຟານທິທັງ, ຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ, ເປັນຫົວໜ້າຄະນະ ໄດ້ໄປຢື້ຢາມຖາມຂ່າວ, ລະດົມກຳລັງໃຈບັນດາກຳລັງພວມປະຕິບັດໜ້າທີ່ຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິຣຽງ.
ສວນສາທາລະນະ ເລທິຣຽງ ແມ່ນເຂດພວມຈັດການຊອກຫາບັນດາອັດຖິນັກວິລະຊົນ, ພະນັກງານ, ນັກຮົບປະຕິວັດທີ່ໄດ້ເສຍສະຫຼະຊີວິດໃນການລຸກຮື້ຂຶ້ນຄັ້ງໃຫຍ່ລະດູບານໃໝ່ປີວອກ 1968.
(ແຫຼ່ງຄັດຈາກ VOV)