• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃນ 7 ເດືອນຂອງ ຫວຽດນາມ ບັນລຸກວ່າ 27 ຕື້ USD, ຮັກສາທ່າເຕີບໂຕ

ເຖິງວ່າຕ້ອງປະເຊີນໜ້າກັບການຜັນຜວນດ້ານເສດຖະກິດໂລກ ກໍຄືຮົ້ວກີດຂວາງດ້ານເຕັກນິກທີ່ເຄັ່ງຄັດຈາກບັນດາຕະຫຼາດບໍລິໂພກໃຫຍ່ກໍຕາມ, ໃນ 7 ເດືອນຕົ້ນປີ 2026 ການສົ່ງອອກ, ນຳເຂົ້າຂອງຂະແໜງຕ່ຳແຜ່ນຕັດຫຍິບ ຫວຽດນາມ ສືບຕໍ່ຮັບຮູ້ການເຕີບໂຕຢ່າງຕັ້ງໜ້າ.
  (ພ​າບ​ປະ​ກອບ: VNA)  

ລະ​ອຽດ​ແມ່ນ, ຍອດ​ວົງ​ເງິນ​ສົ່ງ​ອອກເຄື່ອງຕ່ຳ​ແຜ່ນ​ຕັດ​ຫຍິບ​ຂອງ ຫວຽດ​ນາມ ໃນ​ເດືອນ ກໍ​ລະ​ກົດ ບັນ​ລຸກວ່າ 4,670 ຕື້ USD, ເພີ່ມ​ຂຶ້ນ 4,3% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025, ໃນ 7 ເດືອນ​ຜ່ານ​ມາ ບັນ​ລຸກວ່າ 27 ຕື້ USD, ເພີ່ມ​ຂຶ້ນ 2,67% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽ​ວ​ກັນ​ຂອງ​ປີ 2025. ໝາກ​ຜົນ​ດັ່ງ​ກ່າວ​ໄດ້​ສ່​ອງ​ແສງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ກະ​ໂດດ​ຂັ້ນ​ຂອງ​ທົ່ວ​ຂະ​ແໜງ​ໃນ​ການ​ຊອກ​ຫາ​ໃບ​ສັ່ງ​ຊື້​ສິນ​ຄ້າ, ຫັນ​ຕະ​ຫຼາດ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ.

ຈຸ​ດ​ເດັ່ນ​ຂອງການ​ສົ່ງ​ອອກໃນ 7 ເດືອນ​ຜ່ານ​ມານັ້ນ​ແມ່ນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ທີ່​ໜ້າ​ປະ​ທັບ​ໃຈ​ຂອງ​ໝວດ​ສິນ​ຄ້າ​, ຄື: ເສັ້ນ​ຝ້າຍ, ວັດ​ສະ​ດຸ​ສຳ​ຮອງ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ຜ້າ​ແພ... ເລື່ອງ​ບັນ​ດາ​ໝວດ​ສິນ​ຄ້ານີ້​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ແຮງ ໄດ້ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງຫັ​ນ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ຂອງ​ຂ​ະ​ແໜງຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ, ບໍ່​ພຽງ​ແຕ່​ຢຸດ​ຢູ່​ຂັ້ນ​ຕອນ​ຕັດ​ຫ​ຍິບ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ເຈົ້າ​ການ​ສະ​ໜອງ​ແຫຼ່ງວັດ​ສະ​ດຸ​ສຳ​ຮອງ​ໃຫ້​ແກ່​ລະ​ບົບ​ຜະ​ລິດ​ທົ່ວ​ໂລກ​ເທື່ອ​ລະ​ກ້າວ​ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.

Top