• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ນຳ​ພັກ​, ລັດ​ເຂົ້າ​ໄວ້​ອາ​ໄລ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ.ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ

ພວງ​ມາ​ລາ​ຂອງບັນ​ດາ​ຄະ​ນະ​ໄດ້​ຂຽນ​ຕົວ​ໜັງ​ສື​ທີ່​ວ່າ “ໂສກ​ເສົ້າ​ເສຍ​ດາຍ​ອາ​ໄລ​ອາ​ວອນຢ່າງ​ສຸດຊຶ້ງ​ ສະ​ຫາຍ​ໄຊ​ສົມ​ພອນ ພົວ​ວິ​ຫານ”.
  ທ່ານ​ເຈິ່ນ​ເກິມ​ຕູ້ ຜູ​້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງພັກ, ລັດ ຫວຽດ​ນາມ ເຂົ້າ​ອາ​ໄລ​ຫາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ (ພາບ: VNA)  

ວັນ​ທີ 10 ສິງ​ຫາ, ບັນ​ດາ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ຫວຽດ​ນາມ ໄດ້​ເຂົ້າ​ສະ​ຖານ​ທູດ​ລາວ​ປະ​ຈຳ ຫວຽດ​ນາມ ໄວ້​ອາ​ໄລ, ຂຽນໃສ່​ປຶ້ມ​ອາ​ໄລ​ຫາ, ທ່ານ ໄຊ​ສົມ​ພອນ​ ພົມ​ວິ​ຫານ ກຳ​ມະ​ການ​ກົມ​ການ​ເມືອງ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ.

ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ໂດຍ​ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​​ສູນ​ກາງ​ພັກນຳ​ໜ້າ, ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລັດ​ຖະ​ບານ​ໂດຍ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ​ນຳ​ໜ້າ, ຄະ​ນ​ຜູ້​ແທນ​ຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ໂດຍ​ທ່ານ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ໂດ​ວັນ​ຈຽນ ນຳ​ໜ້າ​ໄດ້​ເຂົ້າວາງ​ພວງ​ມາ​ລາ​ໄວ້​ອາ​ໄລ ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ໄຊ​ສົມ​ພອນ ພົວ​ວິ​ຫານ. ​ພວງ​ມາ​ລາ​ຂອງບັນ​ດາ​ຄະ​ນະ​ໄດ້​ຂຽນ​ຕົວ​ໜັງ​ສື​ທີ່​ວ່າ “ໂສກ​ເສົ້າ​ເສຍ​ດາຍ​ອາ​ໄລ​ອາ​ວອນຢ່າງ​ສຸດຊຶ້ງ​ ສະ​ຫາຍ​ໄຊ​ສົມ​ພອນ ພົວ​ວິ​ຫານ”.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະ​ນະ​ຜູ້​ແທນ​ບາງ​ຄະ​ນະ, ກະ​ຊວງ, ຂະ​ແໜງ​ການ, ໝູ່​ຄະ​ນະ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໄດ້​ມາ​ໄວ້​ອາ​ໄລ, ຂຽ​ນ​ໃສ່​ປຶ້​ມ​ອາ​ໄລ​ຫາ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ, ຢູ່​ສະ​ຖານ​ທູດ​ລາວ ປະ​ຈຳ ຫວຽດ​ນາມ ແລະ ບັນ​ດາ​ສະ​ຖານ​ກົງ​ສູນ​ໃຫຍ່ ລາວ​ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ແລະ ດ່າ​ນັ້ງ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.

Top