• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຄາດວ່າ ເລິມດົ່ງ ຈະປະຕິບັດສຳເລັດ “ບັ້ນເຄື່ອນໄຫວ 500 ວັນ ແລະ ຄືນ” ກ່ອນກຳນົດເວລາ 3 ເດືອນ

ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບິ່ງທ້ວນ ແມ່ນເຂດສຸສານສຸດທ້າຍ (ເຂດທີ 11) ທີ່ຜັນຂະຫຍາຍບັ້ນເຄື່ອນໄຫວ.
​ເຂດສຸ​ສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບິ່ງ​ທ້ວນ (ພາບ: VNA)

ໂດຍ​ປະ​ຕິ​ບັດ​ “ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ” ຄົ້ນ​ຫາ, ທ້ອນ​ໂຮມ ແລະ ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ, ແຂວງ ເລິມ​ດົ່ງ ໄດ້​ຮັບ​ໜ້າ​ທີ່​ເກັບ​ເອົາ 4.776 ​ຕົວ​ຢ່າງຢ​ູ່​ຂຸມ​ຝັ​ງ​ສົບ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ​ທີ່​ຍັງ​ບໍ່​ທັງ​ຢັ້ງ​ຢືນ​ຂໍ້​ມູນ​ຢູ່​ ສຸ​ສານນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ 11 ແຫ່ງໃນ​ທົ່ວ​ບໍ​ລິ​ເວນ​ແຂວງ.

ສຸ​ສານນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ເພື່ອ​ຊາດ ບິ່ງ​ທ້ວນ ແມ່ນ​ເຂດ​ສຸ​ສານ​ສຸດ​ທ້າຍ (ເຂດ​ທີ 11) ທີ່ຜັນ​ຂະ​ຫຍາຍບັ້ນ​ເຄື່ອນ​ໄຫວ. ນີ້ກໍ່​ແມ່ນ​ແຫ່ງທີ່​ມີ​ຈຳ​ນວນ​ຂຸມ​ຝັງ​ສົບ​ຫຼາຍ​ທີ່​ສຸດ​ຂອງ​ແຂວງ, ດ້ວຍ​ຂຸມ​ຝັງ​ສົບເກືອບ 9.000 ຂຸມ, ໃນ​ນັ້ນ​ມີ​ຂຸມ​ຝັງ​ສົບກວ່າ 3.400 ຂຸມຕ້ອງ​ເກັບ​ເອົາ​ຕົວ​ຢາງ​ເພື່ອຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ.

ໄລ່​ຮອດ​ວັນ​ທີ 08 ສິງ​ຫາ, ບັນ​ດາ​ໜ່ວຍ​ເກັບ​ເອົາ​ຕົ​ວ​ຢ່າງ​ໄດ້​ຂຸດຄົ້ນ​ຂຸມ​ຝັ​ງ​ສົບ​ກວ່າ 2.800 ຂຸມ, ເກັບ​ເອົາ​ເກືອບ 2.500 ​ຕົວ​ຢ່າງຂອງນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊ​າດທີ່​ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ວິ​ໄຈ. ປະ​ຈຸ​ບັນ, ບັນ​ດາ​ກຳ​ລັງ​ພວມ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ເກັບ​ເອົາ​ຕົວ​ຢ່າງ​ຢູ່​ເຂດ​ສຸ​ສານ, ຄາດ​ວ່າ​ຈະ​ປະ​ຕິ​ບັດ​ສຳ​ເລັດ​ກ່ອນ​ວັນ​ທີ 15 ສິງ​ຫາ, ເຊິ່ງໄວ​ກວ່າ 3 ເດືອນ​ເມື່ອ​ທຽບ​ໃສ່​ແຜນ​ການ​ທີ່​ໄດ້​ຮັບ​ມອບ​ໝາຍ.

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ສືບ​ຕໍ່​ເຮັດ​ໃຫ້​ການ​ຮ່ວມມື​ລະ​ຫວ່າງ​ລັດ ກັບ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເລິກ​ເຊິ່ງກວ່າ​ອີກ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ​ທາງ​ລັດ​ຖະ​ກິດ​ຢູ່ ອິດ​ສະ​ຕາ​ລີ, ຕອນ​ບ່າຍ​ວັນ​ທີ 10 ສິງ​ຫາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປ​ະ​ທານ​ປະ​ເທດ​ຫວຽດ​ນາມ ໂຕ​ເລິມ ໄດ້​ພົບ​ປະ​ກັບ​ທ່ານ​ນາງ Margaret Beazley ຜູ້​ວ່າ​ການ​ລັດ New South Wales.

Top