ຂ່າວສານ
ສືບຕໍ່ກຳນົດການພົວພັນແບບພິເສດ ຫວຽດນາມ-ລາວ ແມ່ນບຸລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ
ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ,ວັນທີ 8 ຕຸລາ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມ ສປປ. ລາວ ຢ່າງເປັນທາງການ ໃນວັນທີ 8- 9 ຕຸລາ . ພາຍຫຼັງພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດຢູ່ສຳນັກງານນາຍົກທີ່ນະຄອນຫຼວງ ວຽງຈັນ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ດຳເນີນການພົບປະສົນທະນາ.
ນະທີ່ນີ້, ນາຍົກລັດຖະມົນຕີ ສອງທ່ານ ສືບຕໍ່ກຳນົດການພົວພັນແບບພິເສດ ຫວຽດນາມ-ລາວ ແມ່ນບຸລິມະສິດສູງສຸດໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ. ສອງຝ່າຍຢືນຢັນວ່າການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ແມ່ນເສົາຄ້ຳໜຶ່ງຂອງການພົວພັນ ຫວຽດນາມ-ລາວ.
ກ່ຽວກັບດ້ານເສດຖະກິດ, ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ມານະພະຍາຍາມສ້າງບຸກທະລຸ, ຍົກສູງລັກສະນະເພີ່ມເຕີມ ແລະ ເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ສົ່ງເສີມການຮ່ວມມືລົງທຶນເຂົ້າບັນດາຂົງເຂດທີ່ມີມູນຄ່າເພີ່ມສູງ, ຊຸກຍູ້ການເຊື່ອມຕໍ່ຄົມມະນາຄົມ, ພື້ນຖານໂຄງລ່າງ logistics ແລະ ດ່ານຊາຍແດນ, ສົມທົບກັນສ້າງຂັ້ນຕອນ ແລະ ບັນດາລາຍຊື່ບຸລິມະສິດລະອຽດ ແນໃສ່ນຳວົງເງິນການຄ້າສອງຝ່າຍບັນລຸ 5 ຕື້ USD ແລະ ມຸ່ງໄປສູ່ເປົ້າໝາຍ 10 ຕື້ USD /ປີໃນໄລຍະທີ່ຈະມາເຖິງ.






