• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສືບຕໍ່ຊຸກຍູ້ການພົວພັນສອງປະເທດ ຫວຽດນາມ-ກຳປຸເຈຍ ໃຫ້ນັບມື້ນັບພັດທະນາແບບຍືນຍົງ

      ໃນວັນທີ 03 ກຸມພາ, ທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ໄດ້ມີການໂອ້ລົມທາງໂທລະສັບອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ອວຍພອນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ ຮັບການເລືອກຕັ້ງ ດຳລົງຕຳແໜ່ງເລຂາທິການໃຫຍ່ຄືນໃໝ່.
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບ
ທ່ານນາຍົກລັດຖະມົນຕີ ກຳປຸເຈຍ
 Samdec Techo Husen (ພາບ: TTXNV)
      ທີ່ການໂອ້ລົມທາງໂທລະສັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ໄດ້ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນບ້ານໃກ້ເຮືອນຄຽງດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ກຳປຸເຈຍ ນັບມື້ນັບພັດທະນາແບບຍືນຍົງ, ປະກອບສ່ອນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.
        ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນກຽດເຊຶ້ອເຊີນທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ສັບຊ້ອນເວລາມາຢ້ຽມຢາມ ຫວຽດນາມ ແລະ ທ່ານ Samdec Techo Husen ກໍ່ເປັນກຽດເຊຶ້ອເຊີນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມາຢ້ຽມຢາມ ກຳປຸເຈຍໃນເວລາເໝາະສົມ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top