• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາມ​ຂີດ​ໝາຍ​ເຕົ້າ​ໂຮມ​ໃນ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແລະ ພຣະ​ຣາ​ຊີ​ນີ ສຸ​ທິ​ດາ ແຫ່ງ​ລາ​ຊະ​ອາ​ນາ​ຈັກ ໄທ

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ແລະ ພັນ​ລະ​ຍາ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແລະ ພຣະ​ຣາ​ຊີ​ນີ ສຸ​ທິ​ດາ ແຫ່ງ​ລາ​ຊະ​ອາ​ນາ​ຈັກ ໄທ (ພາບ: VNA)  

ການ​ຢ້ຽມ​ຢາມ​ຫວຽດ​ນາມ ທາງ​ລັດ​ຖະ​ກິດ​ຂອງ ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແລະ ພຣະ​ຣາ​ຊີ​ນີແຫ່ງ​ລາ​ຊະ​ອາ​ນາ​ຈັກ ໄທ ແຕ່​ວັນ​ທີ 14 – 16 ກັນ​ຍາ 2026 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນ​ລະ​ຍາ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ, ເປີດ​ເສັ້ນ​ທາງ​ໃໝ່​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ ນີ້​ແມ່ນ​ການ​ຢັ້ງ​ຢືນ​ຂອງ​ທ່ານ ຫງວຽນ​ແມັງ​ເກື່ອງ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ເມື່ອ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ.

/ຕາມ ທ່ານ ຫງວຽນ​ແມັງ​ເກື່ອງ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ, ການ​ຢ້ຽມ​ຢາມ ​ໄດ້ເຕົ້າ​ໂຮມ​ສາມ​ຂີດ​ໝາຍ​ສຳ​ຄັນ: ເປັນ​ຄັ້ງ​ທຳ​ອິດ ພະ​ບາດ​ສົມ​ເດັດ​ພຣະ​ເຈົ້າ​ມະ​ຫາ​ວະ​ຊິ​ຣະ​ລົງ​ກອນ ແຫ່ງ​ຊາ​ຊະ​ອາ​ນາ​ຈັກໄທ ມາ​ຢ້ຽມ​ຢາມ ຫວຽດ​ນາມ​ນັບ​ແຕ່​ເວ​ລາ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1976, ດຳ​ເນີນ​ກົງ​ກັບ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົ​ວ​ພັນ​ທາງ​ການ​ທູດ; ແລະ ໃນ​ສະ​ພາບການ​ພົວ​ພັນ​ສອງ​ປະ​ເທດ​ໄດ້​ຍົກ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ເມື່ອ​ເດືອນ​ພຶດ​ສະ​ພາ 2025.

ພາຍຫຼັງ​ການ​ຢ້ຽມ​ຢາມ, ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຫັນ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້​ນບັນ​ລຸ 25 ຕື້ USD ຕາ​ມ​ທິດ​ດຸ່ນ​ດ່ຽງ​ກວ່າ; ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່ມ “ສາມ​ເຊື່ອມ​ຕໍ່” ກ່ຽວ​ກັບ​ລະ​ບົບ​ການ​ສະ​ໜອງ, ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ, ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ ແລະ ການ​ເຕີບ​ໂຕ​ສີ​ຂຽວ, ຍືນ​ຍົງ.

(ແຫຼ່ງຄັດຈາກ VOV)

ທ່ານ ເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ພູມປັນຍາສະສົມໃນປະຫວັດສາດ ສືບຕໍ່ກາຍເປັນກຳລັງຄວາມສາມາດນຳພາການພັດທະນາປະເທດຊາດ

Top