• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສານ​ຂອງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທ​ດຫວຽດນາມ ຫງວຽນຝູຈ້ອງ ​ເນ​ື່ອງ​ໃນ​ໂອກາດ​ຫວຽດນາມດໍາລົງ​ຕໍາ​ແໜ່ງ​ສໍາຄັນ​ໃນ​ປີ​ໃໝ່

ວັນທີ 01 ມັງກອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງສານປີໃໝ່ 2020, ເຊິ່ງເປັນປີສ້າງຂີດໝາຍເຫດການທໍາອິດ ທີ່ຫວຽດນາມ ເປັນກຽດໄດ້ດໍາລົງສອງຕໍາແໜ່ງສໍາຄັນໄປພ້ອມໆກັນ ນັ້ນຄື ເປັນປະທານ ອາຊຽນ 2020 ແລະ ກໍາມະການບໍ່ປະຈໍາການ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ (ພາບ: TTXVN)

ໃນສານ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ  ໄດ້ເນັ້ນໜັກວ່າ ຫວຽດນາມຕັດສິນໃຈປະຕິບັດໜ້າທີ່ຂອງສອງຕໍາແໜ່ງນີ້ ໃຫ້ສໍາເລັດ ເຊິ່ງເປັນການສະແດງໃຫ້ເຫັນທັດສະນະສະເໝີຕົ້ນສະເໝີປາຍຂອງແນວທາງການພົວພັນການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ; ຫັນການພົວພັນຕ່າງປະເທດ ເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ ແລະ ສະແດງໃຫ້ເຫັນຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນຂະບວນວິວັດການສ້າງສັນຕິພາບຢູ່ພາກພື້ນ ແລະ ສາກົນ ຂອງຫວຽດນາມ.

        ຫວຽດນາມ ໄດ້ກໍານົດ ຫົວຂໍ້ວ່າ: ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແມ່ນຫົວຂໍ້ຂອງປີເປັນປະທານ ອາຊຽນ 2020 ແລະ ຫົວຂໍ້ “ຫວຽດນາມ: ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ຶອໃຈເພື່ອສັນຕິພາບແບບຍືນຍົງ” ເມື່ອດໍາລົງຕໍາແໜ່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ດ້ວຍຫົວຂໍ້ດັ່ງກ່າວ, ຫວຽດນາມ ຈະພ້ອມກັບບັນດາປະເທດສະມາຊິກ, ເພື່ອນມິດສາກົນ ແລະ ຄູ່ຮ່ວມມື ສຸມໃສ່ບັນດາກໍານົດທິດສໍາຄັນ. ທີໜຶ່ງແມ່ນ, ຍົກສູງຜົນປະໂຫຍດລວມຂອງພາກພື້ນ ແລະ ປະຊາຄົມສາກົນ ແມ່ນສັນຕິພາບ, ຮ່ວມມື ແລະ ພັດທະນາ. ທີສອງ, ຊຸກຍູ້ບົດບາດຂອງລັດທິຫຼາຍຝ່າຍ, ກົດບັດ ສປຊ ແລະ ບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ເພື່ອໂລກແຫ່ງສັນຕິພາບ, ຍຸຕິທໍາ ແລະ ສວຍງາມກວ່າ. ພິເສດ, ເນື່ອງໃນໂອກາດນີ້, ແມ່ນຕ້ອງເພີ່ມທະວີປະສິດທິຜົນຂອງການຮ່ວມມື ແລະ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ອາຊຽນ ແລະ  ສປຊ ໃຫ້ມີປະສິດທິຜົນ. ທີສາມ ແມ່ນເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນການແກ້ໄຂບັນດາສິ່ງທ້າທາຍລວມຂອງທົ່ວໂລກ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top