• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ທົ່ວ​ໂລກ

ຕາມເວັບໄຊ ສິຖິຕິ worldometers.info ແລ້ວ, ໄລ່ຮອດ 8 ໂມງ ເຊົ້າຂອງວັນທີ 6 ເມສາ (ຕາມເວລາຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ ແມ່ນ 1.272.860 ຄົນ, ຈຳນວນຜູ້ເສຍຊີວິດທັງໝົດແມ່ນ 69.424 ຄົນ, ໃນນັ້ນ ຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແມ່ນ 261.835 ຄົນ. ໂລກລະບາດດັ່ງກ່າວ ໄດ້ແຜ່ລະບາດອອກສູ່ 208 ປະເທດ ແລະ ເຂດແຄວ້ນໃນໂລກ.

ປັດຈຸບັນ, ອີຕາລີ ແມ່ນປະເທດ ທີ່ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍ 15.887 ກໍລະນີ. ແອັດສະປາຍໄດ້ຢັ້ງຢືນມີຈໍານວນຜູ້ເສຍຊີວິດຫຼາຍອັນດັບ 2 ໃນໂລກ ດ້ວຍ 12.641 ຄົນ ໃນຈຳນວນ 131.646 ກໍລະນີຕິດເຊື້ອ. ຢຶນອັນດັບທີ 3 ກ່ຽວກັບຈຳນວນຜູ້ເສຍຊີວິດແມ່ນ ອາເມລິກາ ດ້ວຍ ຈຳນວນ 9.616 ກໍລະນີ ໃນຈຳນວນ 336.673 ກໍລະນີຕິດເຊື້ອ, ຖັດມາແມ່ນ ຝລັ່ງ ເມື່ອຢັ້ງຢືນມີ 8.078 ກໍລະນີເສຍຊີວິດໃນຈຳນວນ 92.839 ກໍລະນີຕິດເຊື້ອ, ສ່ວນຢູ່ອັງກິດມີ 81.669 ກໍລະນີຕິດເຊື້ອ ໃນນັ້ນ ມີ 4.934 ກໍລະນີເສຍຊີິວິດ.

ຢູ່ ອາຊີ, ຈີນ ເຊິ່ງເປັນບ່ອນກຳເນີດໂລກລະບາດ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ 39 ຄົນ, ໃນນັ້ນ 38 ກໍລະນີ ແມ່ນຊາວຕ່າງປະເທດເຂົ້າເມືອງ ແລະ 1 ກໍລະນີ ແມ່ນຢູ່ແຂວງ ກວາງຕຸງ.

ຢູ່ ອາຟະລິກາ, ສູນຄວບຄຸມ, ປ້ອງກັນ ແລະ ສະກັດກັ້ນໂລກລະບາດ ອາຟະລິກາ ໃຫ້ຮູ້ວ່າ ຈຳນວນຜູ້ເສຍຊີວິດຢູ່ທະວີບນີ້ ແມ່ນ 360 ຄົນ ແລະ ຈໍານວນຜູ້ຕິດເຊື້ອເພີ່ມຂຶ້ນເປັນ 8.536 ຄົນ. ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດອອກສູ່ 50  ປະເທດ ຢູ່ທະວີບນີ້, ໃນນັ້ນຫຼາຍທີ່ສຸດແມ່ນຢູ່ ອາຟະລິກາໃຕ້ ດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 1.655 ກໍລະນີ.

 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top