ຂ່າວສານ
ສະຫະພາບ ເອີລົບ ພ້ອມແລ້ວທີ່ຈະຈັດສົ່ງນັກສັງເກດການເຂົ້າຮ່ວມການເລືອກຕັ້ງສະພານິຕິບັນຍັດ ປາແລັດສະຕິນ
ວັນທີ 06 ຕຸລາ, ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງ ສະຫະພາບ ເອີລົບ (ອີຢູ) ກ່ຽວກັບນະໂຍບາຍການຕ່າງປະເທດ ໃຫ້ຮູ້ວ່າ ອີຢູ ພ້ອມແລ້ວທີ່ຈະຈັດສົ່ງນັກສັງເກດການໄປຕິດຕາມກວດກາການເລືອກຕັ້ງສະພານິຕິບັນຍັດ ປາແລັດສະຕິນ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 28 ພະຈິກ 2026.
ພາຍຫຼັງການໂອ້ລົມທາງໂທລະສັບກັບ ທ່ານ Hussein Al-Sheikh ຮອງປະທານາທິບໍດີ ປາແລັດສະຕິນ, ທ່ານນາງ Kaja Kallas ຖືວ່າ ປະຊາຊົນ ປາແລັດສະຕິນ ມີສິດຄັດເລືອກຜູ້ແທນຂອງຕົນຜ່ານການເລືອກຕັ້ງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ ແລະ ໂປ່ງໃສ. ຕາມທ່ານນາງແລ້ວ, ພາຍຫຼັງເວລາເກືອບ 20 ປີທີ່ບໍ່ຈັດການເລືອກຕັ້ງສະພານິຕິບັນຍັດ, ບັ້ນການປ່ອນບັດເລືອກຕັ້ງທີ່ຈະມາເຖິງນີ້ ຈະສ້າງໂອກາດເພື່ອຟື້ນຟູລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາລະບອບລະບຽບການ ປາແລັດສະຕິນ.
ທ່ານ Mahmoud Abbas, ປະທານາທິບໍດີ ປາແລັດສະຕິນ ໄດ້ກຳນົດວັນທີ 28 ພະຈິກ ແມ່ນວັນເລືອກຕັ້ງ. ຖ້າໄດ້ດຳເນີນໄປຕາມແຜນ, ນີ້ຈະແມ່ນການເລືອກຕັ້ງສະພານິຕິບັນຍັດຄັ້ງທຳອິດ ຂອງ ປາແລັດສະຕິນ ໃນເວລາເກືອບສອງທົດສະວັດ.






