ຂ່າວສານ

ສະຫະພາບ ເອີລົບ ພ້ອມແລ້ວທີ່ຈະຈັດສົ່ງນັກສັງເກດການເຂົ້າຮ່ວມການເລືອກຕັ້ງສະພານິຕິບັນຍັດ ປາແລັດສະຕິນ

ທ່ານນາງ Kaja Kallas ຖືວ່າ ປະຊາຊົນ ປາແລັດສະຕິນ ມີສິດຄັດເລືອກຜູ້ແທນຂອງຕົນຜ່ານການເລືອກຕັ້ງທີ່ມີຄວາມໄວ້ເນື້ອເຊື່ອໃຈ, ຮອບດ້ານ ແລະ ໂປ່ງໃສ.
(ພາບ​ປະ​ກອບ: ຊິນຮົວ/VNA)

ວັນ​ທີ 06 ຕຸລາ, ທ່ານນາງ Kaja Kallas ຜູ້ຕາງ​ໜ້າຂັ້ນສູງ ສະຫະພາບ ເອີລົບ (ອີ​ຢູ) ກ່ຽວ​ກັບນະໂຍບາຍການຕ່າງປະເທດ ​ໃຫ້​ຮູ້​ວ່າ ອີ​ຢູ ພ້ອມແລ້ວທີ່ຈະຈັດສົ່ງ​ນັກ​ສັງ​ເກດການໄປຕິດຕາມກວດກາການເລືອກຕັ້ງສະພານິຕິບັນຍັດ ​ປາ​ແລັດ​ສະ​ຕິນ, ເຊິ່ງຄາດ​ວ່າ​ຈະຈັດຂຶ້ນໃນວັນທີ 28 ພະຈິກ 2026.

ພາຍ​ຫຼັງ​ການໂອ້​ລົມ​ທາງໂທລະສັບກັບ ທ່ານ Hussein Al-Sheikh ຮອງປະ​ທາ​ນາທິບໍດີ ປາແລັດສະຕິນ, ທ່ານ​ນາງ Kaja Kallas ຖືວ່າ ​ປະ​ຊາ​ຊົນ ປາແລັດສະຕິນ ມີສິດຄັດເລືອກຜູ້ແທນຂອງ​ຕົ​ນຜ່ານການເລືອກຕັ້ງທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ຮອບ​ດ້ານ ແລະ ໂປ່ງໃສ. ​ຕາມ​ທ່ານນາງແລ້ວ, ​ພາຍ​ຫຼັງເວ​ລາເກືອບ 20 ປີທີ່ບໍ່​ຈັດ​ການເລືອກຕັ້ງສະພານິຕິບັນຍັດ, ​ບັ້ນການ​ປ່ອນ​ບັດ​ເລືອກ​ຕັ້ງທີ່ຈະມາເຖິງ​ນີ້ ຈະ​ສ້າງໂອກາດ​ເພື່ອຟື້ນຟູ​ລັກ​ສະ​ນະຖືກຕ້ອງຕາມກົດໝາຍຂອງ​ບັນ​ດາ​ລະ​ບອບ​ລະ​ບຽບ​ການ ປາແລັດສະຕິນ.

ທ່ານ Mahmoud Abbas, ປະທານາທິບໍດີ ປາແລັດສະຕິນ ໄດ້ກຳນົດວັນທີ 28 ພະຈິກ ​ແມ່ນວັນເລືອກຕັ້ງ. ຖ້າ​ໄດ​້ດຳເນີນໄປຕາມແຜນ, ນີ້ຈະ​ແມ່ນການເລືອກຕັ້ງສະ​ພາ​ນິ​ຕິ​ບັນ​ຍັດຄັ້ງທຳອິດ ​ຂອງ ປາແລັດສະຕິນ ໃນເວ​ລາເກືອບສອງທົດສະວັດ.


top