• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະຫະປະຊາຊາດ ແລະ ອີຢິບ ຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ສະກັດກັ້ນຄວາມເຄັ່ງຕຶງຢູ່ເຂດອ່າວ

ວັນ​ທີ 26 ຕຸ​ລາ​, ທ່ານ Abdel – Fattah El-Sisi, ປະ​ທາ​ນາ​ທິ​ບໍ​ດີ ອີ​ຢິບ ແລະ ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສປຊ, ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ປັບ​ປຸງ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ແລະ ແກ້​ໄຂ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​,
ສະຫະປະຊາຊາດ ແລະ ອີຢິບ ຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ສະກັດກັ້ນຄວາມເຄັ່ງຕຶງຢູ່ເຂດອ່າວ (ພາບ: ຊິນຮວາ/VNA)

ໃນ​ສະ​ພາບ​ການ​ສືບ​ຕໍ່​ຮັບ​ຮູ້​ການ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ຢູ່​ເຂດ ກາ​ຊາ ແລະ ຄວາມ​ວິ​ຕົກ​ວັງ​ວົນ​ ຕໍ່​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ ແມ່​ນຳ​້​ຈໍ້​ແດນ​.

ທີ່​ການ​ພົບ​ປະ​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອີ​ຢິບ ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ວັນ​, ທ່ານ Guterres ເນັ້ນ​ໜັກ​ວ່າ ສັນ​ຕິ​ພາບ​ຍາວ​ນານ​ຢູ່​ເຂດ ຕາ​ເວັນ​ອອກ​ກາງ ອາດ​ຈະ​ບັນ​ລຸ​ໄດ້​ຖ້າ​ຫາກ​ບັນ​ຫາ ປາ​ແລດ​ສະ​ຕິນ ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ຍຸ​ຕິ​ທຳ​​; ພ້ອມ​ທັງ​, ຮຽກ​ຮ້ອງ​ປະ​ຊາ​ຄົມ ສາ​ກົນ​ມີ​ກ​ານ ກະ​ທຳ​ເພື່ອ​ຢຸດ​ຕິ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຊາວ ປາ​ແລດ​ສະ​ຕິ​ິນ. ຄຽງ​ຄູ່​ກັນ​ນັ້ນ​, ສອງ​ຝ່າຍ​ກໍ່​ໄດ້​ປຶກ​ສາ​ຫາ​ລື ບັນ​ດາ​ມາດ​ຕະ​ການ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂດ ອ່າວ​, ຮັບ​ປະ​ກັນ​ຄວາມ​ເສລີ ໃນ​ການ​ເດີນ​ເຮືອ​ຜ່ານ​ຊ່ອງ​ທະ​ເລ Hormuz ແລະ ແກ້​ໄຂ​ບັນ​ຫາ ນິວ​ເຄຼຍ ອີ​ຣານ ພ້ອມ​ກັບ​ບັນ​ດາ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ​.

(ແຫຼ່ງຄັດຈາກ VOV)

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ

Top