ຕອນຄຳ່ວັນທີ 26 ຕຸລາ, ຢູ່ຖະໜົນທາງຍ່າງ ຫງວຽນເຫ້ວ, ຕາແສງ ໄຊ່ງ່ອນ, ນະຄອນ ໂຮ່ຈີມິນ, ໄດ້ໄຂພື້ນທີ່ແນະນຳຜະລິດຕະພັນ, ບໍລິການເຕີບໂຕສີຂຽວ ນະຄອນ ໂຮ່ຈີມິນ ຄັ້ງທີ 4 ປີ 2026 (GRECO 2026), ດ້ວຍການເຂົ້າຮ່ວມຂອງເກືອບ 90 ອົງການຈັດຕັ້ງ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ.
ພິທີໄຂຈັດຂຶ້ນຢູ່ ຖະໜົນທາງຍ່າງ ຫງວຽນເຫ້ວ (ພາບ: VNA)
ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນລົກຮ່າ, ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ກຳນົດການຫັນປ່ຽນອຸດສາຫະກຳຕິດພັນກັບການຫັນເປັນສີຂຽວ ແລະ ຫັນເປັນດີຈີຕອນ ແມ່ນໜ້າທີ່ຈຸດສຸມ. ນີ້ກໍ່ແມ່ນມາດຕະການຫັນຍຸດທະສາດແຫ່ງຊາດກ່ຽວກັບການເຕິບໂຕ ສີຂຽວ ແລະ ຄຳໝັ້ນສັນຍາບັນລຸລະດັບການປ່ອນອາຍພິດເປັນ 0 ເປັນລະອຽດ. ນະຄອນ ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຊຸກຍູ້ເຊື່ອມຕໍ່ລະບົບຕ່ອງໂສ້ການສະໜອງສີຂຽວຢູ່ບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງ ສົ່ງອອກແລະ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດເຂົ້າເຖິງແຫຼ່ງກຳລັງຫັນປ່ຽນການຜະລິດ, ຍົກສູງຄວາມສາມາດການບໍລິຫານ. ທ່ານ ຫງວຽນລົກຮ່າ, ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນ ນະຄອນ ໂຮ່ຈີມິນ, ໃຫ້ຮູ້ຕື່ມອີກວ່າ:
“GRECO 2026 ແມ່ນການເຄື່ອນໄຫວແທດຈິງຫັນບັນດາທິດທາງຍຸດທະສາດຂອງນະຄອນ ໂຮ່ຈີມິນ ໃຫ້ເປັນຮູບປະທຳ. ນີ້ບໍ່ພຽງແຕ່ແມ່ນບ່ອນວາງສະແດງເທົ່ານັ້ນ, ຫາກຍັງສວມບົດບາດຄືດັ່ງລະບົບນິເວດແບບຄົບວົງຈອນ ແລະ ຂົວຕໍ່ຫັນປ່ຽນເສດຖະກິດ: ທັງໜູນຊ່ວຍວິສາຫະກິດເຂົ້າເຖິງເຕັກໂນໂລຊີກ້າວໜ້າ, ສ້າງຈິນຕະນາການຜະລິດແບບຍືນຍົງ, ທັງຍົກສູງຄວາມຮູ້ຂອງປະຊາຄົມ ເພື່ອສ້າງຕະຫຼາດບໍລິໂພກສີຂຽວໃຫ້ແກ່ນະຄອນ”.
(ແຫຼ່ງຄັດຈາກ VOV)