• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົງການກວດສອບບັນຊີ ຫວຽດນາມ ບຸກທະລຸພັດທະນາ ແລະ ຊຸກຍູ້ນະວັດຕະກໍາ

ອົງການກວດສອບບັນຊີ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງ INTOSAI, ASOSAI ແລະ ອົງການຈັດຕັ້ງບັນດາອົງການກວດສອບບັນຊີສູງສຸດຂອງ ອາຊີຕາເວັນອອກສ່ຽງໃຕ້ (ASEANSAI)
  ທີ່ກອງປະຊຸມສຳມະນາ (ພາບ: VNA)  

ຕອນເຊົ້າວັນທີ 27 ຕຸລາ, ທີ່ຮ່າໂນ້ຍ, ອົງ​ການກວດສອບບັນ​ຊີ​ແຫ່ງ​ລັດ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາສາກົນພາຍໃຕ້ຫົວຂໍ້ "​ອົງ​ການ​ກວດ​ສອບ​ບັນ​ຊີສູງສຸດໃນສະພາບການໃໝ່: ວິໄສທັດ, ລະ​ບອບ​ລະ​ບຽບ​ການ ແລະ ນະວັດຕະກຳ". ​ເຂົ້າຮ່ວມກອງປະຊຸມມ​ີ​ທ່ານ​ນາງ ຫງວຽນທິຮົ່ງ, ຮອງປະທານສະພາແຫ່ງຊາດ ຫວຽດ​ນາມ; ທ່ານ ຫງວຽນຫືວເງັ້ຍ, ຫົວ​ໜ້າ​ອົງ​ການກວດສອບ​ບັນ​ຊີ​ແຫ່ງ​ລັດ ຫວຽດນາມ; ປະທານບັນ​ດາອົງການກວດສອບບັນ​ຊີສູງສຸດອາຊີ (ASOSAI), ຜູ້ຕາງໜ້າ​ມາຈາກ​ບັນ​ດາ​ອົງການກວດສອບ​ບັນ​ຊີສູງສຸດຂອງຫຼາຍປະເທດ...

ກ່າວຄຳເຫັນທີ່ກອງປະຊຸມ​ສຳ​ມະ​ນາ, ທ່ານ ຫງວຽນຫືວເງັ້ຍ ຫົວ​ໜ້າ​ອົງ​ການກວດສອບ​ບັນ​ຊີ​ແຫ່ງ​ລັດ ຫວຽດນາມ ​ເນັ້ນ​ໜັກ​ວ່າ ອົງ​ການກວດສອບບັນຊີ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະເປັນສະມາຊິກທີ່ຕັ້ງໜ້າ, ເປັນ​ເຈົ້າ​ການ, ມີຄວາມຮັບຜິດຊອບຂອງ INTOSAI, ASOSAI ແລະ ອົງການ​ຈັດ​ຕັ້ງບັນ​ດາ​ອົງ​ການກວດສອບ​ບັນ​ຊີສູງສຸດຂອງ ອາຊີຕາ​ເວັນ​ອອກສ່ຽງໃຕ້ (ASEANSAI); ແລະ ພ້ອມແລ້ວທີ່ຈະຮ່ວມມືໃນ​ການແກ້ໄຂ​ສິ່ງທ້າທາຍລວມ..

ອົງການກວດສອບບັນ​ຊີແຫ່ງລັດ ຫວຽດນາມ ໄດ້ ແລະ ພວມ​ຕັ້ງ​ໜ້າ​ປ່ຽນ​ແປງ​ໃໝ່​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ, ນະໂຍບາຍ, ກົດໝາຍ, ການຈັດຕັ້ງ​ກົງ​ຈັກ ແລະ ​ເຄື່ອນ​ໄຫວ​ດ້ວຍ​ຈຸດ​ສຸມ​ນັ້ນ. ​ສະນັ້ນ, ກອງປະຊຸມ​ສຳ​ມະ​ນາຄັ້ງນີ້ແມ່ນໂອກາດທີ່ດີ​ເພື່ອ​ໃຫ້ອົງການກວດສອບ​ບັນ​ຊີແຫ່ງລັດ ຫວຽດນາມ ໄດ້ຮຽນຮູ້​ບົດ​ຮຽນ​ຈາກບັນການ​ອົງ​ການກວດສອບ​ບັນ​ຊີສູງສຸດ. ກອງປະຊຸມ​ສຳ​ມະ​ນາຄັ້ງນີ້ກໍ່ຊ່ວຍໃຫ້​ບັນ​ດາ​ການ​ນຳ, ​ນັກ​ຄຸ້ມ​ຄອງ, ​ນັກວາງນະໂຍບາຍ, ມະ​ຫາ​ຊົນໃນທົ່ວປະເທດ​ມີ​ຄວາມເຂົ້າໃຈ​ກວ່າກ່ຽວ​ກັບ​ທາດແທ້, ເປົ້າ​ໝາຍ, ແບບວິທີ ແລະ ບັນ​ດາເງື່ອນໄຂ ​ເພື່ອຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາອົງການກວດສອບ​ບັນ​ຊີ​ເວົ້າ​ລວມ ແລະ ​ຂອງອົງການກວດສອບ​ບັນ​ຊີແຫ່ງ​ລັດ​ເວົ້າສະເພາະ​ເຄື່ອນ​ໄຫວ​ຢ່າ​ງ​ມີ​ປະ​ສິດ​ທິ​ຜົນ​ກວ່າ.

(ແຫຼ່ງຄັດຈາກ VOV)

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ

Top