• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິດສະຣາແອນ ຜັນຂະຫຍາຍຕຳຫຼວດ 22.000 ຄົນເພື່ອປົກປ້ອງການເລືອກຕັ້ງ

ວັນ​ທີ 27 ຕຸ​ລາ​, ຊາວ​ອິດ​ສະ​ຣາ​ແອນ​ກວ່າ 7 ລ້ານ​ຄົນ ໄດ້​ໄປ​ປ່ອນ​ບັດ​​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທີ 26. ການ​ເລືອກ​ຕັ້ງ​ຄັ້ງ​​ນີ້​ມີ 38 ພັກ​ການ​ເມືອງ​ຈົດ​ທະ​ບຽນ​ເຂົ້າ​ຮ່ວມ​, ແກ່ງ​ແຍ້ງ 120 ທີ່​ນັ່ງ​ທີ່​ສະ​ພາ​ແຫ່ງ​ຊາດ​.
ກອງປະຊຸມຂອງສະພາແຫ່ງຊາດ ອິດສະຣາແອນ ຢູ່ Jerusalem. (ພາບ: ຊິນຮວາ/VNA)

ຈຳ​ນວນ​ທີ່​ນັ່ງ​ໄດ້​​ຈັດ​ແບ່ງ​, ອີງ​ໃສ່​ອັດ​ຕາ​ບັດ​ເລືອກ​ຕັ້ງ​ໄດ້​ຮັບ​. ອັດ​ຕາ​ບັດ​ເລືອກ​ຕັ້ງ​ໜ້ອຍ​ສຸດ​ເພື່ອ​ ໃຫ້​ພັກ​ການ​ເມືອງ​ມີ​ທີ່​ນັ່ງ​ໃນ​ສະ​ພາ ແຫ່ງ​ຊາດ​ແມ່ນ 3,25%. ເພື່ອ​ຍາດ​ໄດ້​ສິດ​ສ້າງ​ຕັ້ງ​ລັດ​ຖະ​ບານ​, ພັກ ຫຼື ສຳ​ພັນ​ທະ​ມິດ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ຕ້ອງ​ຍາດ​ໄດ້​ໜ້ອຍ​ສຸດ 61 ທີ່​ນັ່ງ​.

​ສຳ​ນັກ​ຂ່າວ​ສານ i24NEWS ຂອງ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ​: ມີ​ຕຳ​ຫຼວດ 22.000 ຄົນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເພື່ອ​ປົກ​ປ້ອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​, ເພີ່ມ​ຂຶ້ນ​​ປະ​ມານ 5.000 ຄົນ​ເມື່ອ​ທຽບ​ໃສ່​ການ​ເລືອກ​ຕັ້ງ​ໃນ​ປີ 2022. ໝາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ​, ສຳ​ພັນ​ທະ​ມິດ​ຝ່າຍ​ຂວາ​ຂອງ​ທ່ານ Netanyahu, ນາ​ຍົກ​ລັດ​ຖະ​ມົນ​ຕີ ອາດ​ສາ​ມາດ​ຍາດ​ໄດ້​​ພຽງ​ປະ​ມານ 50 ທີ່​ນັ່ງ​ເທົ່າ​ນັ້ນ​. ໃນ​ຂະ​ນະ​ນັ້ນ​, ສຳ​ພັນ​ທະ​ມິດ​ຝ່າຍ​ຄ້ານ​ຂອງ ທ່ານ Gadi Eisenkot, ອະ​ດິດ​​ພົນ​ທະ​ຫານ ອິດ​ສະ​ຣາ​ແອນ ອາດ​ສາ​ມາດ​ຍາດ​ໄດ້ 53 ທີ່​ນັ່ງ​. ຕາມ​ແຜນ​ການ​ແລ້ວ​, ແນ່​ນອນ​ວ່າ 1 ໃນ​ຈຳ​ນວນ 2 ສຳ​ພັນ​ທະ​ມິດ​ນີ້​ຕ້ອງ​ຮ່ວມ​ມື​ກັບ​ຢ່າງ​ໜ້ອຍ​ສຸດ 1 ພັກ ຫຼື ສຳ​ພັນ​ທະ​ມິດ​ອື່ນ​, ເພື່ອ​ຮັບ​ປະ​ກັນ​ສິດ​ສ້າງ​ຕັ້ງ​ລັດ​ຖະ​ບານ​. ຄາດ​ວ່າ​, ໝາກ​ຜົນ​ຂອງ​ນັບ​ບັດ​ຈະ​ໄດ້​ປະ​ກາດ​ພາຍ​ຫຼັງ​ການ​ເລືອກ​ຕັ້ງ 8 ວັນ​.

(ແຫຼ່ງຄັດຈາກ VOV)

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ອົງການກວດສອບບັນຊີສູງສຸດຕ້ອງເປັນບ່ອນອີງທີ່ໜ້າໄວ້ເນື້ອເຊື່ອໃຈເພື່ອປັບປຸງກົດລະບຽບ, ລະບຽບວິໄນດ້ານການເງິນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ຕ້ອງສືບຕໍ່ເສີມຂະຫຍາຍບັນດາກົນໄກຂອງອົງການຈັດຕັ້ງສາກົນ, ພາກພື້ນຢ່າງມີປະສິດທິຜົນ

Top