ວັນທີ 26 ຕຸລາ, ທ່ານ Abdel – Fattah El-Sisi, ປະທານາທິບໍດີ ອີຢິບ ແລະ ທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ, ໄດ້ປຶກສາຫາລືບັນດາມາດຕະການເພື່ອປັບປຸງຄຳສັ່ງຢຸດຍິງຢູ່ເຂດ ກາຊາ ແລະ ແກ້ໄຂບັນດາການປະທະກັນຢູ່ພາກພື້ນ,
ສະຫະປະຊາຊາດ ແລະ ອີຢິບ ຊຸກຍູ້ການຢຸດຍິງຢູ່ເຂດກາຊາ, ສະກັດກັ້ນຄວາມເຄັ່ງຕຶງຢູ່ເຂດອ່າວ (ພາບ: ຊິນຮວາ/VNA)
ໃນສະພາບການສືບຕໍ່ຮັບຮູ້ການເສຍຊີວິດ ແລະ ຮັບບາດເຈັບຢູ່ເຂດ ກາຊາ ແລະ ຄວາມວິຕົກວັງວົນ ຕໍ່ຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ຝັ່ງຕາເວັນຕົກ ແມ່ນຳ້ຈໍ້ແດນ.
ທີ່ການພົບປະໃນຂອບເຂດການຢ້ຽມຢາມ ອີຢິບ ຢ່າງເປັນທາງການເປັນເວລາ 3 ວັນ, ທ່ານ Guterres ເນັ້ນໜັກວ່າ ສັນຕິພາບຍາວນານຢູ່ເຂດ ຕາເວັນອອກກາງ ອາດຈະບັນລຸໄດ້ຖ້າຫາກບັນຫາ ປາແລດສະຕິນ ບໍ່ທັນໄດ້ຮັບການແກ້ໄຂຢ່າງຍຸຕິທຳ; ພ້ອມທັງ, ຮຽກຮ້ອງປະຊາຄົມ ສາກົນມີການ ກະທຳເພື່ອຢຸດຕິບັນດາການກະທຳລະເມີດ ທີ່ສົ່ງຜົນສະທ້ອນເຖິງຊາວ ປາແລດສະຕິິນ. ຄຽງຄູ່ກັນນັ້ນ, ສອງຝ່າຍກໍ່ໄດ້ປຶກສາຫາລື ບັນດາມາດຕະການຫລຸດຜ່ອນຄວາມເຄັ່ງຕຶງຢູ່ເຂດ ອ່າວ, ຮັບປະກັນຄວາມເສລີ ໃນການເດີນເຮືອຜ່ານຊ່ອງທະເລ Hormuz ແລະ ແກ້ໄຂບັນຫາ ນິວເຄຼຍ ອີຣານ ພ້ອມກັບບັນດາການປະທະກັນຢູ່ພາກພື້ນດ້ວຍມາດຕະການສັນຕິພາບ.