ຕາມການຄາດຄະເນ, ທ່ານ ໂງວັນຕວນ, ລັດຖະມົນຕີກະຊວງການເງິນ ຈະຕອບຄຳຊັກຖາມກ່ຽວກັບສີ່ໝວດບັນຫາ, ລວມມີ: ການປ່ອຍເງິນລົງທຶນພາກລັດ; ຍົກສູງປະສິດທິຜົນການລະດົມ, ການຈັດແບ່ງ ແລະ ການນຳໃຊ້ທຶນ ODA, ທຶນກູ້ຢືມບຸລິມະສິດ; ການຄຸ້ມຄອງພາສີສຳລັບການຄ້າເອເລັກໂຕນິກ, ດຳເນີນທຸລະກິດ ແພລດຟອມດີຈີຕອນ ແລະ ນັກສະໜອງຢູ່ຕ່າງປະເທດ; ຊຸກຍູ້ການເຕີບໂຕດ້ານເສດຖະກິດ, ປັບປຸງສະພາບແວດລ້ອມການລົງທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ, ຄອບຄົວດຳເນີນທຸລະກິດ ແລະ ບຸກຄົນດຳເນີນທຸລະກິດ. ທ່ານ ວູຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຕອບຄຳຊັກຖາມກ່ຽວກັບສາມໝວດບັນຫາຄື: ໝາກຜົນການຈັດຕັ້ງປະຕິບັດໜ້າທີ່ຕາມມະຕິສູນກາງເລກທີ 57, ຊຸກຍູ້ການຄົ້ນຄວ້າ, ພັດທະນາເຕັກໂນໂລຊີຍຸດທະສາດ; ຊຸກຍູ້ການຫັນການຄຸ້ມຄອງລັດເປັນດີຈີຕອນ; ການຄຸ້ມຄອງ, ພັດທະນາ, ຊຸກຍູ້ການນຳໃຊ້ AI, ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ AI...
ຄາດວ່າ, ພາຍຫຼັງການຕອບຄຳຊັກຖາມຂອງລັດຖະມົນຕີສອງທ່ານ, ຕອນບ່າຍວັນດຽວກັນ, ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ຈະຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ.






