ຂ່າວສານ

ສະມາຊິກສະພາແຫ່ງຊາດສຸມໃສ່ການຊັກຖາມກ່ຽວກັບບັນຫາການເງິນ ແລະ ການພັດທະນາວິທະຍາສາດ - ເຕັກໂນໂລຊີ

ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ ກອງປະຊຸມສະໄໝສາມັນເທື່ອທີສອງ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ຈະຈັດຂຶ້ນໃນວັນທີ 12 ພະຈິກ. ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດຊຸດທີ 16 ຊັກຖາມສະມາຊິກລັດຖະບານ.

​

  ທີ່ກອງປະຊຸມ (ພາບ: VNA)  

ຕາມ​ການ​ຄາດ​ຄະ​ເນ, ທ່ານ ໂງວັນຕວນ, ລັດຖະມົນຕີກະຊວງການເງິນ ຈະຕອບຄຳຊັກຖາມກ່ຽວກັບສີ່ໝວດບັນຫາ, ລວມ​ມີ: ​ການ​ປ່ອຍ​ເງິນລົງທຶນພາກລັດ; ​ຍົກ​ສູງ​ປະ​ສິດ​ທິ​ຜົນການລະດົມ, ການຈັດແບ່ງ ແລະ ການນຳໃຊ້ທຶນ ODA, ທຶນ​ກູ້​ຢືມ​ບຸ​ລິ​ມະ​ສິດ; ການຄຸ້ມຄອງພາສີສຳລັບການຄ້າ​ເອ​ເລັກ​ໂຕ​ນິກ, ​ດຳ​ເນີນ​ທຸ​ລະ​ກິດ​ ແພລດຟອມ​ດີ​ຈີຕອນ ແລະ ​ນັກສະໜອງ​ຢ​ູ່ຕ່າງປະເທດ; ​ຊຸກ​ຍູ້ການເຕີບໂຕ​ດ້ານ​ເສດ​ຖະ​ກິດ, ປັບປຸງສະພາບແວດລ້ອມການລົງທຶນ, ແກ້​ໄຂ​ຄວາມຫຍຸ້ງຍາກໃຫ້​ແກ່​ວິ​ສາ​ຫະ​ກິດ, ​ຄອບຄົວ​ດຳ​ເນີນ​ທຸ​ລະ​ກິດ ແລະ ບຸກຄົນ​ດຳ​ເນີນ​ທຸ​ລະ​ກິດ. ທ່ານ ວູ​ຫາຍກວນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈະຕອບຄຳ​ຊັກຖາມ​ກ່ຽວ​ກັບ​ສາມ​ໝວດບັນຫາຄື: ​ໝາກຜົນການຈັດຕັ້ງປະຕິບັດໜ້າ​ທີ່ຕາມມະຕິ​ສູນ​ກາງເລກທີ 57, ​ຊຸກ​ຍູ້​ການຄົ້ນຄວ້າ, ພັດທະນາເຕັກໂນໂລຊີຍຸດທະສາດ; ຊຸກ​ຍູ້ການຫັນການ​ຄຸ້ມ​ຄອງ​ລັດເປັນ​ດີ​ຈີ​ຕອນ; ການຄຸ້ມຄອງ, ພັດທະນາ, ​ຊຸກ​ຍູ້​ການ​ນຳ​ໃຊ້ AI, ​ຮັບ​ປະ​ກັນ​ຄວາມປອດໄພ, ຄວາມໝັ້ນຄົງດ້ານຂໍ້ມູນໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ AI...

ຄາດວ່າ, ​ພາຍ​ຫຼັງ​ການ​ຕອບ​ຄຳ​ຊັກ​ຖ​າມ​ຂອງ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ, ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ເລ​ມິງ​ຮຶງ, ນາຍົກລັດຖະມົນຕີ ຫວຽ​ດ​ນາມ ຈະຕອບຄຳ​ຊັກຖາມ​ຂອງ​ສະ​ມາ​ຊິກສະພາແຫ່ງຊາດ.


top