• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະພາແຫ່ງຊາດຮັບຮອງເອົາການຂຶ້ນແຜນງົບປະມານ ກວ່າ 4 ລ້ານຕື້ ດົ່ງໃນປີ 2027

ມະຕິຮຽກຮ້ອງໃຫ້ປະຕິບັດການປະຢັດນັບແຕ່ຂັ້ນຕອນການຈັດແບ່ງງົບປະມານ ປີ 2027.

ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດທີ່ເຂົ້າຮ່ວມ 471/471 ທ່ານ ​ໄດ້ລົງຄະ​ແນນ​ສຽງ​ເຫັນດີ, ກວມເອົາ 94.2% ​ຈຳ​ນວນ​ສະ​ມາ​ຊິກ​ສະພາແຫ່ງຊາດທັງໝົດ, ສະພາ​ແຫ່ງ​ຊາດໄດ້ຮັບ​ຮອງ​ເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ທີ່ວາ​ລະ​ເຮັດວຽກໃນຕອນເຊົ້າວັນທີ 9 ພະຈິກ.

ຕາມມະຕິທີ່ໄດ້ຮັບການຮັບ​ຮອງ​ເອົາ, ​ຍອດລາຍຮັບງົບປະມານແຫ່ງລັດ ປີ 2027 ແມ່ນກວ່າ 3,3 ລ້ານຕື້ ດົ່ງ (130,3 ຕື້ ໂດລາສະຫະລັດ); ຍອດລາຍຈ່າຍງົບ​ປະ​ມານແຫ່ງລັດ​ໄດ້​ຕົກ​ລົງ​ຢູ່​ລະ​ດັບ ​ກວ່າ 4 ​ລ້ານຕື້ ດົ່ງ (156,53 ຕື້ ໂດລາ​ສະ​ຫະ​ລັດ). ມະຕິຮຽກຮ້ອງໃຫ້ປະ​ຕິ​ບັດ​ການປະຢັດນັບ​ແຕ່ຂັ້ນຕອນການຈັດ​ແບ່ງງົ​ບ​ປະ​ມານ ປີ 2027.

ກ່ຽວກັບໜ້າ​ທີ່ເກັບລາຍຮັບງົບປະມານ, ລັດຖະບານຈະສືບຕໍ່ຄົ້ນຄວ້າ, ສ້າງ​ລະ​ບົບ​ກົດ​ໝາຍວ່າດ້ວຍພາສີ​ອາ​ກອນ, ນະ​ໂຍ​ບາຍລາຍຮັບໃຫ້​ສົມ​ບ​ູ​ນ​ແບບ ແລະ ຄົບ​ຊຸດ ຕາມ​ທິດໂປ່ງໃສ, ທັນສະໄໝ, ມີປະສິດທິພາບ, ປະສິດທິຜົນ, ສ້າງ​ສະ​ພາບ​ການ​ແກ່ງ​ແຍ້ງທີ່ສະເໝີພາບ, ຊຸກ​ຍູ້ການເຕີບໂຕ​ດ້ານເສດຖະກິດ-ສັງຄົມ. ​ສູ້​ຊົນເພີ່ມການ​ເກັບລາຍຮັບງົບປະມານແຫ່ງລັດ​ໃນ​ປີ 2027 ຂຶ້ນປະມານ 9,1% ເມື່ອທຽບກັບປີ 2026.

ກ່ຽວກັບນະໂຍບາຍເງິນເດືອນ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ, ມະຕິໄດ້​​ເປີດກວ້າງ​ຂອບ​ເຂດ​ການ​ນຳໃຊ້ເງິນສະ​ສົມ​ເພື່ອປະຕິຮູບເງິນເດືອນຂອງງົບປະມານ​ສູນ​ກາງ ​ເພື່ອ​ປັບ​ປຸງເງິນ​ອຸດໜູນບຳ​ນານ, ​ໜູນ​ຊ່ວຍ​ປະກັນ​ໄພສັງຄົມ, ເງິນອຸດໜູນ​ປະ​ຈຳ​ເດືອນ... ກ່ຽວກັບລາຍຈ່າຍໃຫ້​ແກ່ການລົງທຶນໃນການພັດທະນາ, ລັດຖະບານ​ໄດ້​ມອບໜ້າທີ່​ສຸມ​ໃສ່ຜັນ​ຂະ​ຫຍາຍແຜນການລົງທຶນສ​າ​ທາ​ລ​ະ​ນະໄລຍະກາງ ສຳລັບໄລຍະ 2026 - 2030.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top