ມະຕິຮຽກຮ້ອງໃຫ້ປະຕິບັດການປະຢັດນັບແຕ່ຂັ້ນຕອນການຈັດແບ່ງງົບປະມານ ປີ 2027.
ດ້ວຍສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 471/471 ທ່ານ ໄດ້ລົງຄະແນນສຽງເຫັນດີ, ກວມເອົາ 94.2% ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບການຂຶ້ນແຜນງົບປະມານຂອງລັດ ປີ 2027 ທີ່ວາລະເຮັດວຽກໃນຕອນເຊົ້າວັນທີ 9 ພະຈິກ.
ຕາມມະຕິທີ່ໄດ້ຮັບການຮັບຮອງເອົາ, ຍອດລາຍຮັບງົບປະມານແຫ່ງລັດ ປີ 2027 ແມ່ນກວ່າ 3,3 ລ້ານຕື້ ດົ່ງ (130,3 ຕື້ ໂດລາສະຫະລັດ); ຍອດລາຍຈ່າຍງົບປະມານແຫ່ງລັດໄດ້ຕົກລົງຢູ່ລະດັບ ກວ່າ 4 ລ້ານຕື້ ດົ່ງ (156,53 ຕື້ ໂດລາສະຫະລັດ). ມະຕິຮຽກຮ້ອງໃຫ້ປະຕິບັດການປະຢັດນັບແຕ່ຂັ້ນຕອນການຈັດແບ່ງງົບປະມານ ປີ 2027.
ກ່ຽວກັບໜ້າທີ່ເກັບລາຍຮັບງົບປະມານ, ລັດຖະບານຈະສືບຕໍ່ຄົ້ນຄວ້າ, ສ້າງລະບົບກົດໝາຍວ່າດ້ວຍພາສີອາກອນ, ນະໂຍບາຍລາຍຮັບໃຫ້ສົມບູນແບບ ແລະ ຄົບຊຸດ ຕາມທິດໂປ່ງໃສ, ທັນສະໄໝ, ມີປະສິດທິພາບ, ປະສິດທິຜົນ, ສ້າງສະພາບການແກ່ງແຍ້ງທີ່ສະເໝີພາບ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ-ສັງຄົມ. ສູ້ຊົນເພີ່ມການເກັບລາຍຮັບງົບປະມານແຫ່ງລັດໃນປີ 2027 ຂຶ້ນປະມານ 9,1% ເມື່ອທຽບກັບປີ 2026.
ກ່ຽວກັບນະໂຍບາຍເງິນເດືອນ ແລະ ສະຫວັດດີການສັງຄົມ, ມະຕິໄດ້ເປີດກວ້າງຂອບເຂດການນຳໃຊ້ເງິນສະສົມເພື່ອປະຕິຮູບເງິນເດືອນຂອງງົບປະມານສູນກາງ ເພື່ອປັບປຸງເງິນອຸດໜູນບຳນານ, ໜູນຊ່ວຍປະກັນໄພສັງຄົມ, ເງິນອຸດໜູນປະຈຳເດືອນ... ກ່ຽວກັບລາຍຈ່າຍໃຫ້ແກ່ການລົງທຶນໃນການພັດທະນາ, ລັດຖະບານໄດ້ມອບໜ້າທີ່ສຸມໃສ່ຜັນຂະຫຍາຍແຜນການລົງທຶນສາທາລະນະໄລຍະກາງ ສຳລັບໄລຍະ 2026 - 2030.