• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກ​ງານ​ຖະ​ແຫຼງ​ຂ່າວ, ໂຄ​ສະ​ນາ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ຂຸດ​ຄົ້ນ IUU ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ

ຕອນບ່າຍວັນທີ 23 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເປັນປະທານກອງປະຊຸມຄັ້ງທີ 27 ຂອງຄະນະຊີ້ນຳແຫ່ງຊາດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຖືກຕ້ອງຕາມຂໍ້ກຳນົດ (IUU).
ແຂວງແຄັງຮວ່າ ເຂົ້າຮ່ວມກອງປະຊຸມທາງໄກ (ພາບ: baokhanhhoa.vn)

ເມື່ອລາຍງານຢູ່ກອງປະຊຸມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າຕ້ານການຂຸດຄົ້ນ IUU ສົ່ງເຖິງຄະນະກຳມະການເອີລົບ (EC) ແລະ ຂໍຄຳເຫັນບັນດາສະມາຊິກໃນຄະນະຊີ້ນຳ. ວຽກງານການຄຸ້ມຄອງເຮືອຫາປາ ແລະ ການຕິດຕາມກວດກາການເຄື່ອນໄຫວຂຸດຄົ້ນສືບຕໍ່ໄດ້ຮັບການຮັກສາຢ່າງແໜ້ນແຟ້ນ, ໂດຍສະເພາະແມ່ນສຳລັບເຮືອຫາປາທີ່ບໍ່ມີເງື່ອນໄຂເຄື່ອນໄຫວ; ສ້າງ ແລະ ລົງບັນຊີລາຍຊື່ກ່ຳປັ່ນຫາປາທີ່ໄດ້ຍົກເລີກການຈົດທະບຽນໃນຖານຂໍ້ມູນເພື່ອຕິດຕາມກວດກາ ແລະ ແກ້ໄຂ. ໃນອາທິດຜ່ານມາ, ທົ່ວປະເທດບໍ່ພົບເຫັນກໍລະນີໃດລະເມີດເຂດທະເລຕ່າງປະເທດ; ຫຼາຍທ້ອງຖິ່ນໄດ້ປະຕິບັດວຽກງານແກ້ໄຂການລະເມີດ IUU ໄດ້ເປັນຢ່າງດີ. ວຽກງານຖະແຫຼງຂ່າວ, ການໂຄສະນາກ່ຽວກັບຄວາມມານະພະຍາຍາມຕ້ານການຂຸດຄົ້ນ IUU ຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍູ້ແຮງ.

        ໃນກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມຮັບເອົາຄຳເຫັນຈາກບັນດາສະມາຊິກໃນຄະນະຊີ້ນຳເພື່ອສ້າງບົດລາຍງານໃຫ້ສົມບູນແບບ  ແລະ ສົ່ງໃຫ້ EC ກ່ອນວັນທີ 31 ທັນວາ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top