• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງຂອງ ຫວຽດນາມ

      ວັນທີ 7 ມັງກອນ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມທາງໄກສະຫຼຸບວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ ປີ 2021.
 
ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ (ພາບ: TTXVN)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍພະນັກງານ, ນັກຮົບທົ່ວກອງທັບ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນວຽກງານເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນຕ່າງປະເທດ ດ້ານປ້ອງກັນຊາດ ໃນປີ 2021ຢ່າງມີປະສິດທິຜົນ. ທ່ານພົນໂທ ຮ່ວາງຊວັນຈຽນ ໄດ້ຮຽກຮ້ອງວ່າໃນປີ 2022, ບັນດາອົງການ, ກົມກອງຈະສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຕອບສະໜອງເປົ້າໝາຍຍຸດທະສາດ, ເປັນເຈົ້າການໃນການຍົກອອກຂໍ້ລິເລີ່ມ ແລະ ຕັ້ງໜ້າເຂົ້າຮ່ວມການປະຕິບັດສຳເລັດລະບອບລະບຽບການ, ກົນໄກຮ່ວມມືດ້ານປ້ອງກັນຊາດໃນຂອບເຂດອາຊຽນ ແລະ ໂດຍອາຊຽນນຳໜ້າພາທາງ, ຍູ້ແຮງການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ຕາມທິດເປີດກ້ວາງຂົງເຂດ ແລະ ບໍລິເວນ, ຮັບໃຊ້ບັນດາເປົ້າໝາຍຂອງການເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບການປ້ອງກັນຊາດ ແລະ ການພົວພັນຕ່າງປະເທດດ້ານປ້ອງກັນຊາດ. ພ້ອມທັງ ຍູ້ແຮງການໂຄສະນາເຜີຍແຜ່ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ, ທະເລໝູ່ເກາະ, ຕັ້ງໜ້າຕໍ່ສູ້ກັບບັນດາຖ້ອຍທຳນອງທີ່ຜິດພາດເສກສັນປັ້ນແຕ່ງ ຂອງກຳລັງທີ່ເປັນປໍລະປັກ, ປະຕິການ. 
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top