• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວັກຊິນ AstraZeneca ກວ່າ 592.000 ໂດສໄດ້ສົ່ງມາຮອດນະຄອນໂຮ່ຈີມິນ ຕື່ມອີກ

      ໄລ່ຮອດຕອນເຊົ້າວັນທີ 06 ສິງຫາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 8 ລ້ານໂດສ, ໃນນັ້ນມີປະຊາຊົນກວ່າ 820.000 ຄົນໄດ້ສັກເຂັມທີ 2 ແລ້ວ.
(ພາບປະກອບ: Reuters)
      ຕອນເຊົ້າວັນທີ 06 ສິງຫາ, ວັກຊິນ AstraZeneca ຈຳນວນ 592.100 ໂດສ ໄດ້ມາຮອດນສະໜາມບິນ ເຕິນເຊີນເຍິດ, ນະຄອນ ໂຮ່ຈີມິນ ຕື່ມອີກ. ນີ້ແມ່ນການສົ່ງວັກຊິນກັນໂຄວິດ-19 ຄັ້ງທີ 7 ໃນສັນຍາຊື້ວັກຊິນ AstraZeneca ຈຳນວນ30 ລ້ານໂດສ ຂອງກະຊວງສາທາລະນະສຸກຜ່ານບໍລິສັດ VNVC. ສະນັ້ນ, ມາຮອດປະຈຸບັນ, ຫວຽດນາມ ມີວັກຊິນກັນໂຄວິດ-19 ລວມສະສົມທັງໝົດ 18,5 ລ້ານໂດສ, ໃນນັ້ນວັກຊິນ AstraZeneca ປະມານ 11,5 ລ້ານໂດສ, ວັກຊິນ Moderna ກວ່າ 5 ລ້ານໂດສ, ວັກຊິນ Sinopharm ແມ່ນ 1,5 ລ້ານໂດສ, ວັກຊິນ Pfizer ກວ່າ 400.000 ໂດສ ແລະ ວັກຊິນ Sputnik V ແມ່ນ 12.000 ໂດສ.
        ຕາມແຫຼ່ງຂ່າວຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 06 ສິງຫາ, ຫວຽດນາມ ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 8 ລ້ານໂດສ, ໃນນັ້ນມີປະຊາຊົນກວ່າ 820.000 ຄົນໄດ້ສັກເຂັມທີ 2 ແລ້ວ.
        ກ່ຽວຂ້ອງເຖິງວັກຊິນໂຄວິດ-19 ຂອງຫວຽດນາມ Nanocovax, ປະຈຸບັນວັກຊິນນີ້ໄດ້ສຳເລັດການສັກເຂັມທີ 2 ໃຫ້ແກ່ຜູ້ອາສາສະໝັກເຂົ້າຮ່ວມການທົດລອງເບື້ອງຕົ້ນໄລຍະ 3b ຈຳນວນ 12.000 ຄົນ, ຄາດວ່າຈະສຳເລັດໃນວັນທີ 15 ສິງຫາ.
 (ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top