• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການ “ແບ່ງປັນກັບຄູອາຈານ” ປີ 2026: ເຊີດຊູ ຄູສອນດີເດັ່ນ 34 ຄົນ

ຕອນ​ຄຳ​່​ວັນ​ທີ 9 ພະ​ຈິກ​, ຢູ່​ຮ່າ​ໂນ້ຍ​, ສູນ​ກາງ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​, ກຸ່ມ​ບໍ​ລິ​ສັດ ທຽນ​ລອງ ​ຈັດຕັ້ງ​ລາຍ​ການ “ແບ່ງ​ປັນ​​ກັບ​ຄູ​ອາ​ຈານ​” ປີ 2026.
ພິທີເຊີດຊູຈັດຂຶ້​ນໃນວັນທີ 9 ພະຈິກ. (ພາບ: VNA)

ປີ​ນີ້​, ລາຍ​ການ “ແບ່ງ​ປັນ​ກັບ​ຄູ​ອາ​ຈານ​” ໄດ້​ເຊີດ​ຊູ​ຄູ​ອາ​ຈານ​ດີ​ເດັ່ນ 34 ຄົນ​. ໃນ​ນັ້ນ​ມີ 14 ຄົນ​​ແມ່ນ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ 8 ຊົນ​ເຜົ່າ​. ກ່າວ​ຄຳ​ເຫັນ​ນະ​ພິ​ທີ​, ອ້າຍ ຫງວຽນ​ກິມ​ກຸຍ​, ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ​, ປະ​ທານ​ສະ​ຫະ​ພັນ​ຊາວ​ໜຸ່ມ ຫວຽດ​ນາມ​, ປາດ​ຖະ​ໜາ​ວ່າ​: ບັນ​ດາ​ອ້າຍ​ເອື້ອຍ​ຄູ ຍາມ​ໃດ​ກໍ່​ຮັກ​ສາ​ໄດ້​ຄວາມ​ຮັກ​ຕໍ່​ອາ​ຊີບ​, ມີ​ເງື່ອນ​ໄຂ​ສະ​ດວກ​ຫຼາຍ​ກວ່າ​ເພື່ອ​ສິດ​ສອນ​, ມີ​ຄວາມ​ມ່ວນ​ຊື່ນຕື່ມ​ອີກ​ເມື່ອ​ເຫັນ​ນັກ​ຮຽນ​ຂອງ​ຕົນ​ກ້າວ​ໜ້າ ແລະ ເຕີບ​ໃຫຍ່​:

“​ສຳ​ລັບ​ຄະ​ນະ​ຊາວ​ໜຸ່ມ​, ສະ​ມາ​ຄົມ​, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຄູ​ອາ​ຈານ ກໍ່​ແມ່ນ​ການປະ​ກອບ​ສ່ວນ​ເບິ່ງ​ແຍງ​ດູ​ແລ​, ສຶກ​ສາ ແລະ ຝຶກ​ອົບ​ຮົມ​ລຸ້ນ​ໜຸ່ມ​. ສຳ​ລັບ​ພວກ​ເພື່ອນ​ສະ​ມາ​ຊິກ​ຊາວ​ໜຸ່ມ​, ຊາວ​ໜຸ່ມ​, ບັນ​ດາ​ເລື່ອງ​ລາວ​ມື້​ນີ້​ແມ່ນ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ຮັບ​ຜິດ​ຊອບ​, ນຳ​້​ໃຈ​ເມດ​ຕາ ແລະ ເຈດ​ຈົງ​ນົງ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​. ຫວັງ​ວ່າ​, ພວກ​ເພື່ອນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ອ້າຍ​ເອື້ອຍ​ຄູ​ດ້ວຍ​ຄວາມ​ພະ​ຍາ ຍາມ​ຮຳ​່​ຮຽນ​, ອອກ​ແຮງ​ງານ​, ດ້ວຍ​ການ​ດຳ​ລົງ​ຊີ​ວິດ​ທີ່​ດີ ແລະ ມີ​ປະ​ໂຫຍດ​; ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ບັນ​ດາ​ວຽກ​ງານ​ເໝາະ​ສົມ​ເພື່ອ​ຊ່ວຍ​ເຫຼືອ ນັກ​ຮຽນ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​. ນັ້ນ​ກໍ່​່​ແມ່ນ​ວິ​ທີ​ແທດ​ຈິງ ເພື່ອ​ໃຫ້​ໄວ​ໜຸ່ມ ປະ​ຕິ​ບັດ​ຂະ​ບວນ​ການ “ຂ້ອຍ​ຮັກ​ປະ​ເທດ​ຊາດ​ຂອງ​ຂ້ອຍ​” ແລະ ເຊື່ອມ​ຕໍ່​ບັນ​ດາ​ສິ່ງ​ທີ່ດີ​ງາມ​ເຊິ່ງອ້າຍ​ເອື້ອຍ​ຄູ​ໄດ້​ເພີ່ມ​ພຸນ​ຄຸນ​ສ້າງ​”.

(ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

ຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ໃຫ້​ຫຼາຍກວ່າ​ອີກ

​​ທ່ານ ໂຕ​ເລິມເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທາ​ນ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ທ່ານ Fujita Fumitake ສືບ​ຕໍ່ ສະ​ໜັບ​ສະ​ໜູນ, ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ປະ​ເທດໃຫ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່; ຍູ້​ແຮງ​ການ​ພົວ​ພັນ​ພົບ​ປະ​ແລກ​ປ່ຽນ, ຮ່ວມ​ມື​ລະ​ຫວ່າງ​ພັກ​ ປະ​ຕິ​ວັດ ​ຍີ່​ປຸ່ນ ກັບ ຫວຽດ​ນາມ ໃຫ້ຫຼາຍກວ່າ​ອີກ.

Top