ດ້ວຍພູມປັນຍາ, ປະສົບການ, ທ່າແຮງບົ່ມຊ້ອນດ້ານເສດຖະກິດ ແລະ ເຄືອຂ່າຍການພົວພັນສາກົນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ມີທ່າແຮງບົ່ມຊ້ອນນັບມື້ນັບຕັ້ງໜ້າ ແລະ ສຳຄັນ. ນັ້ນແມ່ນການຢັ້ງຢືນທີ່ໄດ້ຍົກອອກມາຢູ່ການພົບປະກັບສື່ມວນຊົນໃນການຖະແຫຼງຂ່າວກ່ຽວກັບກອງປະຊຸມຊາວຫວຽດນາມອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 5, ໂດຍຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 26 ພະຈິກ, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ການພົບປະສື່ມວນຊົນ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ນີ້ແມ່ນກອງປະຊຸມທົ່ວປະເທດຄັ້ງທຳອິດທີ່ໄດ້ຈັດຂຶ້ນພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ແລະ ພາຍຫຼັງກົມການເມືອງປະກາດໃຊ້ມະຕິເລກທີ 23. ຫົວຂໍ້ຂອງກອງປະຊຸມ “ປະຊາຄົມຊາວຫວຽດນາມອາໄສຢູ່ຕ່າງປະເທດ ປະກອບສ່ວນຍົກສູງກຳລັງແຮງສັງລວມແຫ່ງຊາດ” ສະແດງໃຫ້ເຫັນຄວາມຮຽກຮ້ອງຕ້ອງການຕິດພັນ ກວ່າວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາເປົ້າໝາຍພັດທະນາຍຸດທະສາດຂອງປະເທດຊາດຢ່າງແໜ້ນແຟ້ນ.
ກອງປະຊຸມຈະດຳເນີນແຕ່ວັນທີ 8 – 10 ທັນວາຢູ່ຮ່າໂນ້ຍ ແລະ ທ້ອງຖິ່ນຈຳນວນໜຶ່ງ, ຄາດວ່າຈະມີຜູ້ແທນເຂົ້າຮ່ວມປະມານ 1000 ຄົນ.






