ຂ່າວສານ
ມີນັກສຶກສາ ລາວ ແລະ ກຳປູເຈຍ ກວ່າ 170 ຄົນ ທີ່ຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ ໄດ້ຮັບເປັນ ລູກລ້ຽງຂອງຄອບຄົວ ຫວຽດນາມ
ໂຄງການດັ່ງກ່າວໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງ 102 ຄອບຄົວຮັບນັກສຶກສາລາວ ແລະ ກຳປູເຈຍ ກວ່າ 170 ຄົນ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລ, ສະຖາບັນແຫ່ງຕ່າງໆໃນບໍລິເວນນະຄອນມາເປັນລູກລ້ຽງ. ນີ້ແມ່ນໂອກາດເພື່ອໃຫ້ບັນດາຄອບຄົວ ແລະ ບັນດານັກສຶກສາໄດ້ພົບປະ, ເຊື່ອມຕໍ່ ແລະ ຮຽງບ່າຮຽງໄຫຼ່ກັນຮ່ຳຮຽນ, ດຳລົງຊີວິດ ແລະ ຊອກຮູ້ກ່ຽວກັບວັດທະນະທຳ, ປະກອບສ່ວນສ້າງສະພາບແວດລ້ອມດຳລົງຊີວິດທີ່ໃກ້ຊິດ, ອົບອຸ່ນໃຫ້ແກ່ນັກສຶກສາສາກົນໃນໄລຍະຮ່ຳຮຽນຢູ່ນະຄອນຢ່າງເປັນທາງການ. ໂຄງການນີ້ແມ່ນຮູບແບບພົບປະແລກປ່ຽນປະຊາຊົນທີ່ແທດຈິງ, ປະກອບສ່ວນເພີ່ມພູນຄູນສ້າງຄວາມສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ໄວໜຸ່ມສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ.






