ຂ່າວສານ

ມີ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ກວ່າ 170 ຄົນ ທີ່​ຮ່ຳ​ຮຽນ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ຮັບ​ເປັນ​ ລູກລ້ຽງ​ຂອງ​ຄອບ​ຄົວ ຫວ​ຽດ​ນາມ

ພິ​ທີ​ຮັບ​ນັກ​ສຶກ​ສາ​ເປັນ​ລລູກລ້ຽງນອນ​ໃນ​ຂອບ​ເຂດ​ໂຄງ​ການ “ຄອບ​ຄົວ ຫວຽດາມ ກັບ​ນັກ​ສຶກ​ສາ ລາວ ແລະ ກຳ​ປູ​ເຈຍ ຢູ່ນ​ະ​ຄອນ ໂຮ່​ຈີ​ມິນ” ປີ 2026, ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 20 ມິ​ຖຸ​ນາ, ຢູ່ມະ​ຫາ​ວິ​ທະ​ຍາ​ໄລ​ແພດ​ສາດ ຟ້າ​ມງອກ​ແທັກ, ນະ​ຄອນ ໂຮ່​ຈີ​ມິນ.
  ບັນ​ດາ​ຜູ້​ແທນ​ພ້ອມ​ດ້ວຍ​ບັນ​ດາ​ຄອບ​ຄົວ ຫວຽດ​ນາມ ແລະ ນັກ​ສຶກ​ສາ ລາວ, ກຳ​ປູ​ເຈຍ ຖ່າຍ​ຮູບ​ເປັນ​ທີ່​ລະ​ນຶກ​ໃນ​ພິ​ທີ (ພາບ: sggp.org.vn)  
ໂຄງ​ການ​ດັ່ງ​ກ່າວ​ໂດຍ​ຄະ​ນະ​ຊ​າວ​ໜຸ່ມ​ນະ​ຄອນ ໂຮ່​ຈີ​ມິນ ຈັດ​ຂຶ້ນ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ 102 ຄອບ​ຄົວ​ຮັບ​ນັກ​ສຶກ​ສາ​ລາວ ແລະ ກຳ​ປູ​ເຈຍ ກວ່າ 170 ຄົນ ທີ່​ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​, ວິ​ທະ​ຍາ​ໄລ, ສະ​ຖາ​ບັນ​ແຫ່ງ​ຕ່າງໆ​ໃນ​ບໍ​ລິ​ເວນ​ນະ​ຄອນມາເປັນລູກລ້ຽງ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ຄອບ​ຄົວ ແລະ ບັນ​ດາ​ນັກ​ສຶກ​ສາ​ໄດ້​ພົບ​ປະ​, ເຊື່ອ​ມຕໍ່ ແລະ ຮຽງ​ບ່າ​ຮຽງ​ໄຫຼ່​ກັນ​ຮ່ຳ​ຮຽນ, ດຳ​ລົງ​ຊີ​ວິດ ແລະ ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ປະ​ກອບ​ສ່ວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ລົງ​ຊີ​ວິດ​ທີ່​ໃກ້​ຊິດ, ອົບ​ອຸ່ນ​ໃຫ້​ແກ່​ນັກ​ສຶກ​ສາ​ສາ​ກົນ​ໃນ​ໄລ​ຍະ​ຮ່ຳ​ຮຽນ​ຢູ່​ນະ​ຄອນຢ່າ​ງ​ເປັນ​ທາງ​ການ. ໂຄງ​ການ​ນີ້​ແມ່ນ​ຮູບ​ແບບ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ທີ່​ແທດ​ຈິງ, ປະ​ກອບ​ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ ແລະ ໄວ​ໜຸ່ມ​ສ​າມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

top