• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

World Cup 2026: FIFA ຂະ​ຫຍາຍ “ມໍ​ລະ​ດົກ​ບານ​ເຕະ” ຢູ່ ເມັກ​ຊີ​ໂກ

FIFA ໄດ້​ສົມ​ທົບ​ກັບ​ທະ​ນາ​ຄານ​ພັດ​ທະ​ນາ​ສະ​ຫະ​ລັດ ອາ​ເມ​ລິ​ກາ ແລະ ສະ​ຫະ​ພັນ​ບານ​ເຕະ ເມັກ​ຊີ​ໂກ ເລີ່ມ​ດຳ​ເນີນ​ໂຄງ​ການ FIFA Arena ດ້ວ​ຍ​ເປົ້າ​ໝາຍ​ກໍ່​ສ້າງ​ 8 ເດີນກິລາ​ບານ​ເຕະ​ຂະ​ໜາດ​ນ້ອຍ​ຢູ່​ບັນ​ດາ​ເຂດ​ຕົວ​ເມືອງ ແລະ ຊົນ​ນະ​ບົດ ເມັກ​ຊີ​ໂກ ກ່ອນ​ທ້າຍ​ປີ 2026.
ບັນ​ຍາ​ກາດ​ສະ​ໜາມ​ກິ​ລາ Monterrey, Monterrey, ເມັກ​ຊີ​ໂກ ໃນ​ວັນ​ທີ 20/6/2026. (ພາບ: REUTERS/Raquel Cunha)

ໃນ​ສະ​ພາບ​ການ World Cup 2026 ພວມ​ດຳ​ເນີນ​ຢ່າງ​ຟົດ​ຟື້ນ​ໃນ​ບັນ​ດາ​ເດີ່ນກິລາ ອາ​ເມ​ລິ​ກາ​ເໜືອ (ຢູ່ ອາ​ເມ​ລິ​ກາ, ກາ​ນາດາ ແລະ ເມັກ​ຊີ​ໂກ), ສະ​ຫະ​ພັນ​ບານ​ເຕະ​ໂລກ (FIFA) ໄດ້​ເລີ່ມ​ມຸ່ງ​ໄປ​ເຖິງ​ບັນ​ດາ​ຄຸນ​ຄ່າ​ທີ່​ມີ​ລັກ​ສະ​ນະ​ຍາວ​ນານ ພາຍຫຼັງ​ການ​ແຂ່ງ​ຂັນ ດ້ວຍ​ການ​ຜັ​ນ​ຂະ​ຫຍາຍ​ໂຄງ​ການ​ກໍ່​ສ້າງ​ບັນ​ດາ​ເດີ່ນ​ບານ​ສາ​ທາ​ລະ​ນະ​ຢູ່​ ເມັກ​ຊີ​ໂກ.

ອາ​ທິດ​ຜ່ານ​ມາ, FIFA ໄດ້​ສົມ​ທົບ​ກັບ​ທະ​ນາ​ຄານ​ພັດ​ທະ​ນາ​ສະ​ຫະ​ລັດ ອາ​ເມ​ລິ​ກາ ແລະ ສະ​ຫະ​ພັນ​ບານ​ເຕະ ເມັກ​ຊີ​ໂກ ເລີ່ມ​ດຳ​ເນີນ​ໂຄງ​ການ FIFA Arena ດ້ວ​ຍ​ເປົ້າ​ໝາຍ​ກໍ່​ສ້າງ​ 8 ເດີນກິລາ​ບານ​ເຕະ​ຂະ​ໜາດ​ນ້ອຍ​ຢູ່​ບັນ​ດາ​ເຂດ​ຕົວ​ເມືອງ ແລະ ຊົນ​ນະ​ບົດ ເມັກ​ຊີ​ໂກ ກ່ອນ​ທ້າຍ​ປີ 2026. ຂໍ້​ລິ​ເລີ່ມ​ຂອງ FIFA ເພື່​ອ​ແນ​ໃສ່​ເປີດກວ້າງ​ໂອ​ກາດ​ເຂົ້າ​ເຖິງ​ກິ​ລາ​ໃນ​ຊຸມ​ຊົນ, ພິ​ເສ​ດ​ແມ່ນ​ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ເຍົາ​ວະ​ຊົນ.

ຕາມ FIFA ແລ້ວ, ໂຄງ​ການ​ດັ່ງ​ກ່າວ​ກໍ​ແມ່ນ​ສ່ວນ​ໜຶ່ງ​ໃນ​ຍຸ​ດ​ທະ​ສາດ​ສ້າງ​ບັນ​ດາ​ການ​ກະ​ທົບ​ທີ່​ຕັ້ງ​ໜ້າ​ຍາວ​ນານ​ໃຫ້​ແກ່​ບັນ​ດາ​ປະ​ເທດ​ເປັນ​ເຈົ້າ​ພາບ​ຈັດ World Cup ອີກ​ດ້ວຍ.

(ແຫຼ່ງຄັດຈາກ VOV)

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ຮ່າ​ໂນ້ຍ ຈະ​ເລີ່ມ​ລົງ​ມື​ກໍ່​ສ້າງ 5 ເສັ້ນ​ທາງລົດ​ໄຟ​ຕົວ​ເມືອງ ໃນ​ວັນ​ທີ 22 ມິ​ຖຸ​ນາ ເພື່ອ​ຫັນ​ວິ​ໄສ​ທັດ​ນະ​ຄອນຫຼວງ 100 ປີ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ທັງ 5 ສາຍທາງ​ລົດ​ໄຟ​ຕົວ​ເມືອງ​ທີ່​ຈະ​ລົງ​ມື​ກໍ່​ສ້າງ​ນັ້ນ ລ້ວນ​ແຕ່​ແມ່ນ​ບັນ​ດາ​ເສັ້ນ​ທາງ​ທີ່​ມີ​ບົດ​ບາດ​ຍຸດ​ທະ​ສາດ​ໃນ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ອະ​ນາ​ຄົດ​ຂອງ ຮ່າ​ໂນ້ຍ.

Top