ຕອນຄ່ຳວັນທີ 20 ມິຖຸນາ, ງານບຸນຍິງບັ້ງໄຟດອກສາກົນ ດ່າໜັງ (DIFF) ປີ 2026 ໄດ້ກ້າວເຂົ້າສູ່ການແຂ່ງຂັນມື້ທີ 4 ດ້ວຍຫົວຂໍ້ “ປະດິດຄິດສ້າງ”, ໂດຍມີການເຂົ້າຮ່ວມຂອງທິມບັ້ງໄຟດອກ Steffes-Ollig Feuerwerke GmbH & Co. KG (ເຢຍລະມັນ) ແລະ Apple Pyrotechnics Co., Ltd (ມາເກົ່າ, ຈີນ).
ທິມ Apple Pyrotechnics Co., Ltd ມາເກົ່າ (ຈີນ) ດ້ວຍການສະແດງທີ່ມີຊື່ວ່າ "Celestial Journey to the West" (ພາບ: VOV)
ເມື່ອຕີລາຄາກ່ຽວກັບຄຸນນະພາບຂອງການແຂ່ງຂັນປີນີ້, ນັກດົນຕີ ຫງວຽນດຶກຈິ້ງ, ປະທານສະມາຄົມນັກດົນຕີ ຫວຽດນາມ, ສະມາຊິກຄະນະກຳມະການ DIFF 2026 ຖືວ່າ ບັນດາທິມເຂົ້າຮ່ວມລ້ວນແຕ່ມີການລົງທຶນ, ປ່ຽນແປງໃໝ່ ແລະ ປະດິດຄິດສ້າງໃນວິທີການສ້າງເນື້ອໃນສະແດງ. ມີຫຼາຍທິມໄດ້ແນະນຳບັນດາເລື່ອງລາວທີ່ເຕັມໄປດ້ວຍຄວາມຮູ້ສຶກ ແລະ ມີສີສັນເປັນເອກະລັກສະເພາະຜ່ານສິລະປະຍິງບັ້ງໄຟດອກ.
ຕາມແຜນການແລ້ວ, ການແຂ່ງຂັນໃນຄ່ຳຄືນຕໍ່ໄປຂອງ DIFF 2026 ຈະດຳເນີນໃນວັນທີ 27 ມິຖຸນາ ດ້ວຍການແຂ່ງຂັນລະຫວ່າງ ອົດສະຕາລີ ແລະ ປອກຕຸຍການ ຕາມຫົວຂໍ້ “ວິໄສທັດ” ແລະ ຮອບຊິງຊະນະເລີດຄາດວ່າຈະດຳເນີນໃນວັນທີ 17 ກໍລະກົດ.
(ແຫຼ່ງຄັດຈາກ VOV)