• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ - ອີ​ຣານ ດຳ​ເນີນ​ການ​ເຈ​ລະ​ຈາ​ຄືນ​ໃໝ່​​ຢູ່ ສະ​ວິດ

ວັນ​ທີ 20 ມິ​ຖຸ​ນາ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ JD Vance ເດີນ​ທາງ​ໄປ​ຍັງ ສະ​ວິດ​ເພື່ອ​ເຈ​ລະ​ຈາ​ກັບ ອີ​ຣານ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢຸດ​ຕິ​ສົງ​ຄາມ​ຢູ່​ຕາ​ເວັນ​ອອກ​ກາງ.
ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີ​ຣານ Seyyed Abbas Araghchi (ຢູ່​ທາງ​ກາງ) ເດີນ​ທາງ​ຮອດ​ Buergenstock ຢູ່ Obbuergen, ​ສະ​ວິດ ໃນ​ຮຸ່ງ​ເຊົ້າ​ວັນ​ທີ 21/6/2026 (ພາບ: Urs Flueeler/Keystone/AP)

ເມື່ອ​ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ກ່ອນເວ​ລາ​ເດີນ​ທາງ, ທ່ານ JD Vance ຈະ​ບັນ​ລຸ​ໄດ້​ຄວາມ​ຄ​ືບ​ໜ້າ​ກ່ຽວ​ກັບ​ບັນ​ຫານ​ິວ​ເຄຼຍ ແລະ ບັນ​ຫາ​ຢຸດ​ຍິງ​ຢູ່ ລີ​ບັງ. ຕາມ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ແລ້ວ, ຄະ​ນະນັກ​ເຈ​ລະ​ຈາ​ຂອງ​ປະ​ເທດ​ນີ້, ລວມ​ມີທ່ານ Jared Kushner ແລະ ທ່ານ Steve Witkoff ໄດ້​ມີ​ໜ້າ​ຢູ່​ສະ​ວ​ິດ ເພື່ອ​ແກ້​ໄຂ​ບັນ​ດາ​ປັດ​ໄຈ​ທາງ​ດ້ານ​ເຕັກ​ນິກ​ຮັບ​ໃຊ້​ການ​ເຈ​ລະ​ຈາ.

ສ່ວນຝ່າຍ ອີ​ຣານ, ຕອນ​ກາງ​ຄືນ​ຂອງວັນ​ທີ 19 ມິ​ຖຸ​ນາ, ຄະ​ນະ​ເຈ​ລະ​ຈາ​ທີ່​ມີ​ໝາຍ​ເລກ​ປິດ​ລັບ “Minab 168" ຂອງ ອີ​ຣານ ໄດ້​ເດີນ​ທາງ​ໄປ​ຮອດ Zurich, ສະ​ວິດ​ ແລ້ວ. ໃນ​ສື່​ສັງ​ຄົມ​ອອນ​ໄລ X, ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ ກໍ​ໄດ້​ຢັ້ງ​ຢືນ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ.

ໃນ​ຂະ​ນະ​ນັ້ນ, ຮຸ່ງ​ເຊົ້າ​ວັນ​ທີ 21 ມິ​ຖຸ​ນາ, ສຳ​ນັກ​ງານ​ນາ​ຍົກ ປາ​ກິດ​ສະ​ຖານ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ທ່ານ Shehbaz Sharif ນາ​ຍົກ​ລັດ​ຖະ​ມົນ​ຕີ ຂອງ​ປະ​ເທດ​ນີ້ ໄດ້​ເດີນ​ທາງ​ອອກ​ຈາກ Islamabad ໄປ​ຍັງ ສະ​ວິດ ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ວິ​ຊາ​ການ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ. ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ຍັງ​ມີ​ຜູ້​ຕາງ​ໜ້າ​ຂອງ​ປະ​ເທດ​ເປັນ​ກາງ ກາ​ຕາ.

(ແຫຼ່ງຄັດຈາກ VOV)

ຂີດ​ໝາຍ ຫວຽດ​ນາມ ເປັນ​ຄັ​້ງ​ທຳ​ອິດ ມີ​ຜູ້​ພິ​ພາກ​ສາ​ ITLOS ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ຂີດ​ໝາຍ ຫວຽດ​ນາມ ເປັນ​ຄັ​້ງ​ທຳ​ອິດ ມີ​ຜູ້​ພິ​ພາກ​ສາ​ ITLOS ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ເລື່ອງ​ທ່ານ ຮ​ສ​ຈ. ປອ ນາງ ຫວຽນ​ທິ​ລານ​ແອັງ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982 ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ພິ​ພາກ​ສາ ITLOS ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ແຖວ​ໜ້າ​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລ​ຄາ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ສ​ະ​ມາ​ຊິກ UNCLOS 1982...

Top