ໃນກອງປະຊຸມຄັ້ງທີ 11 ສະມັດຊາໃຫຍ່ສົນທິສັນຍາປີ 2003 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງອົງການສຶກສາ, ວິທະຍາສາດ ແລະ ວັດທນະທຳຂອງ ສປຊ (UNESCO) ໄດ້ສິ້ນສຸດລົງໃນວັນທີ 19 ມິຖຸນາ ຢູ່ນະຄອນຫຼວງ ປາຣີ ຂອງ ຝລັ່ງ, ພາຍຫຼັງເຮັດວຽກມາເປັນເວລາ 04 ວັນ.
ທ່ານ ໂງເລວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ກ່າວຄຳເຫັນໃນກອງປະຊຸມ
ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 650 ທ່ານ ທີ່ມາຈາກ 185 ປະເທດສະມາຊິກ. ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ໂງເລວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ.
ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ໂງເລວັນ ສະເໜີໃຫ້ UNESCO ແລະ ບັນດາປະເທດສະມາຊິກສືບຕໍ່ລະດົມບັນດາແຫຼ່ງກຳລັງໃໝ່, ປະດິດຄິດສ້າງ; ຂຸດຄົ້ນເຕັກໂນໂລຢີຢ່າງມີປະສິດທິຜົນ; ຊຸກຍູ້ຄວາມຜູກພັນລະຫວ່າງສົນທິສັນຍາ 203 ດ້ວຍບັນດາສົນທິສັນຍາວັດທະນະທຳອື່ນຂອງ UNESCO, ໂດຍສະເພາະແມ່ນສົນທິສັນຍາປີ 1972 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ທ່ານປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ແມ່ນໜຶ່ງໃນບັນດາປະເທດທີ່ເຂົ້າຮ່ວມສົນທິສັນຍາ 2023 ແຕ່ຫົວທີ, ຫວຽດນາມ ຍາມໃດກໍຖືວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງການພັດທະນາແບບຍືນຍົງ. ທ່ານຮອງລັດຖະມົນຕີ ໂງເລວັນ ຢັ້ງຢືນ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ຮ່ວມເດີນທາງພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກເພື່ອໃຫ້ສົນທິສັນຍາສະບັບນີ້ສືບຕໍ່ແມ່ນຂອບເຂດການຮ່ວມມືວັດທະນະທຳມະນຸດ, ມີປະສິດທິຜົນ, ປະກອບສ່ວນໃຫ້ໂລກມີຄວາມຫຼາຍຮູບຫຼາຍແບບ, ກວມລວມ ແລະ ສັນຕິພາບກວ່າ.
(ແຫຼ່ງຄັດຈາກ VOV)