• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ງານ​ບຸນ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ ປີ 2026

ຕອນ​ບ່າຍ​ວັນ​ທີ 19 ມິ​ຖຸ​ນາ, ພິ​ທີ​ໄຂ​ງານ​ບຸນ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ປີ 2026 ຖືກ​ດຳ​ເນີນ​ຢູ່​ຫໍ​ປະ​ຊຸມ - ການ​ສະ​ແດງ​ນະ​ຄອນ ຫາຍ​ຟ່ອງ. ເຫດ​ການ​ດັ່ງ​ກ່າວ​ໂດຍ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ສົມ​ທົບ​ກັບ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ ຫາຍ​ຟ່ອງ ຈັດ​ຂຶ້ນ ແຕ່​ວັນ​ທີ 19 – 21 ມິ​ຖຸ​ນາ 2026, ແນ​ໃສ່​ສະເຫຼີມ​ສະຫຼອງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ ຄົບ​ຮອບ 101 ປີ (21/6/1925 - 21/6/2026).

  ທ່ານ ເລກວັກ​ມິງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢີນ (ປະ​ຊາ​ຊົນ), ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ໄຂ​ງານ​ບຸນ (ພາບ: TTXVN)  

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ເລກວັກ​ມິງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ບັນ​ນາ​ທິ​ການ​ໃຫຍ່​ໜັງ​ສື​ພິມ ເຍິນ​ເຢີນ (ປະ​ຊາ​ຊົນ), ປະ​ທານ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ ເນັ້ນ​ໜັກ​ວ່າ:

“ງານ​ບຸນ​ສື່ມ​ວນ​ຊົນ​ປີ​ນີ້ ໄດ້​ຄັດ​ເລືອກ​ຫົວ​ຂໍ້​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ: “ສື່ມວນ​ຊົນ ຫວຽດ​ນາມ - ຈົງ​ຮັກ​ພັກ​ດີ, ປະ​ດິດ​ຄິດ​ສ້າງ, ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ສັງ​ກາດ​ໃໝ່”. ຜ່ານ​ຫົວ​ຂໍ້​ນີ້​ໄດ້​ຢັ້ງ​ຢືນ​ພາ​ລະ​ກຳ​ທີ່​ເປັນ​ແກ່ນ​ສານ​ຂອງ​ຜູ້ເຮັດ​​ວຽກ​ງານສື່ມວນ​ຊົນປະ​ຕິ​ວັດ ທີ່​ຍາມ​ໃດ​ກໍ​ຈົງ​ຮັກ​ພັກ​ດີ​ຕໍ່​ອຸ​ດົມ​ການ​ຂອງ​ພັກ, ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ; ນະ​ວັດ​ຕະ​ກຳ​ຢ່າງ​ບໍ່​ຢຸດ​ຢັ້ງ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ທັນ​ສະ​ໄໝ; ພ້ອມ​ທັງ​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັງ​ຄົມ, ຄູນ​ສົມ​ບັດວິ​ຊາ​ອາ​ຊີບ​ໃນ​ຂະ​ບວນ​ວິ​ວັດ​ສ້າງ​ສັງ​ຄົມ​ຍຸ​ຕິ​ທຳ, ປະ​ຊາ​ທິ​ປະ​ໄຕ ແລະ ສີ​ວິ​ໄລ”.

  ທ່ານ ຈິ້ງວັນ​ກວຽດ, ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ ແລະ ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ພັກ, ພ້ອມ​ດ້ວຍ​ການ​ນຳ​ສະ​ມາ​ຄົມ​ນັກ​ຂ່າວ ຫວຽດ​ນາມ, ຄະ​ນະ​ພັກ​ນະ​ຄອນ ຫາຍ​ຟ່ອງ ດຳ​ເນີນພິ​ທີ​ໄຂ​ງານ​ບຸນສື່ມວນ​ຊ​ົນ​ທົ່ວ​ປະ​ເທດ ປີ 2026 (ພາບ: TTXVN)  

ຈຸດ​ພົ້ນ​ເດັ່ນ​ຂອງ​​ງານ​ບຸນ​ສື່ມວນ​ຊົນປີ​ນີ້ ແມ່ນ​ເຂດ​ວາງ​ສະ​ແດງຢູ່​ໃຈ​ກາງ, ໂດຍ​ໄດ້​ຮັບ​ການ​ສ້າງ​​ຂຶ້ນ​ເໝືອນ​ດັ່ງ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ສິ່ງ​ທີ່​ເປັນ​ມູນ​ເຊື້ອ​ກັບ​ອະ​ນາ​ຄົດ. ຜ່ານ​ລະ​ບົບ​ຮູບ​ພາບ, ເອ​ກະ​ສານ, ວັດ​ຖຸ​ພັນ ແລະ ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ​ສາຍ​ທີ່​ທັນ​ສະ​ໄໝ, ມະ​ຫາ​ຊົນ​ມີ​ໂອ​ກາດ​ເພື່ອ​ຫວນ​ຄືນ​ເສັ້ນ​ທາງ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ສື່ມ​ວນ​ຊົນ​ປະ​ຕິ​ວັດ ຫວຽດ​ນາມ, ພ້ອມ​ທັງຮັບ​ຮູ້​ໄດ້​ຢ່າງ​ຈະ​ແຈ້ງ​ເຖິງ​ບັນ​ດາ​ຄຳ​ຮຽກ​ຮ້ອງ​​ຕ້ອງ​ການທີ່​ພວມ​ວາງ​ອອກ​ສຳ​ລັບ​ສື່ມວນ​ຊົນ​ໃນ​ສະ​ພາບ​ການ​ໃໝ່.

(ແຫຼ່ງຄັດຈາກ VOV)

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຢັ້ງ​ຢືນ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ​ການ​ເຊື່ອມ​ຕໍ່ ອາ​ຊຽນ - ລັດ​ເຊຍ

ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນຫຼາຍ​ຢ່າງ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ຂອງກອງ​ປະ​ຊຸມ. ໃນ​ນັ້ນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກິດ​ຈະ​ກຳ​ຕ່າງໆ​ທີ່​ດຳ​ເນີນ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ນັ້ນ, ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ຫຼາຍ​ຢ່າງເຂົ້າ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ຍຸດ​ທະ​ສາດ​ທີ່​ມີ​ຄວາມ​ໝັ້ນ​ທ່ຽງ, ດຸ່ນ​ດ່ຽງ ແລະ ຍືນ​ຍົງ​ກວ່າ.

Top