• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂີດ​ໝາຍ ຫວຽດ​ນາມ ເປັນ​ຄັ​້ງ​ທຳ​ອິດ ມີ​ຜູ້​ພິ​ພາກ​ສາ​ ITLOS ແມ່ນ​ກຳ​ລັງ​ໜູນ​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ

ເລື່ອງ​ທ່ານ ຮ​ສ​ຈ. ປອ ນາງ ຫວຽນ​ທິ​ລານ​ແອັງ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982 ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ພິ​ພາກ​ສາ ITLOS ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ແຖວ​ໜ້າ​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລ​ຄາ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ສ​ະ​ມາ​ຊິກ UNCLOS 1982...
ທ່ານນາງ ຮ​ສ​ຈ.ປອ ຫງວຽນ​ທິ​ລານ​ແອັງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ (ພາບ: TTXVN)

ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 18 ມິ​ຖຸ​ນາ ຢູ່​ສຳ​ນັກ​ງານ ສ​ປ​ຊ ຢູ່​ນະ​ຄອນ ນິວຢອກ, ອາ​ເມ​ລິ​ກາ, ທ່ານນາງ ຮ​ສ​ຈ.ປອ ຫງວຽນ​ທິ​ລານ​ແອັງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ຜ​ູ້​ພິ​ພາກ​ສາ​ສານ​ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ສາ​ກົນ (ITLOS) ອາ​ຍຸ​ການ 2026 – 2035 ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ແຖວ​ໜ້າ​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່ ຫວຽດ​ນາມ ມີ​ນັກ​ຊ່ຽວ​ຊານ​ດ້ານ​ນິ​ຕິ​ກຳ​ສາ​ກົນ ໄດ້​ຮັບ​ການ​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ພິ​ພາກ​ສາ ITLOS.

ທ່ານ ເລ​ຮ​ວ່າ​ຈູງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ ສານ​ກົດ​ໝາຍ​ທະ​ເລ​ສາ​ກົນ (ITLOS) ແມ່ນ​ໜຶ່ງ​ໃນ​ບັນ​ດາ​ອົງ​ການ​ພິ​ພາກ​ສາ​ສາ​ກົນ​ທີ່​ສຳ​ຄັນ​ທີ່​ສຸດ​ກ່ຽວ​ກັບ​ກົດ​ໝາຍ​ສາ​ກົນ​ເວົ້າ​ລວມ, ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ເວົ້າ​ສະ​ເພາະ. ເລື່ອງ​ທ່ານ ຮ​ສ​ຈ. ປອ ນາງ ຫວຽນ​ທິ​ລານ​ແອັງ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ UNCLOS 1982 ເລືອກ​ຕັ້ງ​ຮັບ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ພິ​ພາກ​ສາ ITLOS ດ້ວຍ​ຈຳ​ນວນ​ບັດ​ສະ​ໜັບ​ສະ​ໜູນ​ສູງ​ແຖວ​ໜ້າ​ໃນ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ນັ້ນ ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລ​ຄາ​ຢ່າງ​ຕັ້ງ​ໜ້າ​ຂອງ​ບັນ​ດາ​ປະ​ເທດ​ສ​ະ​ມາ​ຊິກ UNCLOS 1982, ຂອງ​ປະ​ຊາ​ຄົມ​ສາ​ກົນ​ທີ່​ມີ​ຕໍ່​ຄວາມ​ປາດ​ຖະ​ໜາ​ຢາກ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ສຳ​ລັບ​ເລື່ອ​ງ​ເຊີດ​ຊູ ແລະ ຮັບ​ປະ​ກັນ​ບົດ​ບາດ​ເຄົາ​ລົບ​ກົດ​ໝາຍ​ທະ​ເລ​ສາ​ກົນ​ໃນ​ຊີ​ວິດ​ສາ​ກົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຢັ້ງ​ຢືນ​ທີ່​ຕັ້ງ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສົນ​ທິ​ສັນ​ຍາ​ປີ 2003 ຂອງອົງ​ການ UNESCO

ຫວຽດ​ນາມ ຢັ້ງ​ຢືນ​ທີ່​ຕັ້ງ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສົນ​ທິ​ສັນ​ຍາ​ປີ 2003 ຂອງອົງ​ການ UNESCO

ໃນ​ກອງ​ປະ​ຊຸມ​ຄັ້ງ​ທີ 11 ສະ​ມັດ​ຊາ​ໃຫຍ່ສົນ​ທິ​ສັນ​ຍາປີ 2003 ກ່ຽວ​ກັບ​ການ​ປົກ​ປັກ​ຮັກ​ສາມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງ​ອົງ​ການ​ສຶກ​ສາ, ວິ​ທະ​ຍາ​ສາດ ແລະ ວັດ​ທ​ນະ​ທຳ​ຂອງ ສ​ປ​ຊ (UNESCO) ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 19 ມິ​ຖຸ​ນາ ຢູ່​ນະ​ຄອນຫຼວງ ປາ​ຣີ ຂອງ ຝ​ລັ່ງ, ພາຍຫຼັງເຮັດ​ວຽກ​ມາ​ເປັນ​ເວ​ລາ 04 ວັນ.

Top