ເລື່ອງທ່ານ ຮສຈ. ປອ ນາງ ຫວຽນທິລານແອັງ ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກ UNCLOS 1982 ເລືອກຕັ້ງຮັບດຳລົງຕຳແໜ່ງເປັນຜູ້ພິພາກສາ ITLOS ດ້ວຍຈຳນວນບັດສະໜັບສະໜູນສູງແຖວໜ້າໃນບັນດາຜູ້ສະໝັກຮັບເລືອກຕັ້ງນັ້ນ ໄດ້ສະແດງໃຫ້ເຫັນການຕີລຄາຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ UNCLOS 1982...
ທ່ານນາງ ຮສຈ.ປອ ຫງວຽນທິລານແອັງ, ຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ (ພາບ: TTXVN)
ໃນກອງປະຊຸມຄັ້ງທີ 36 ຂອງບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ທີ່ໄດ້ດຳເນີນໃນວັນທີ 18 ມິຖຸນາ ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ, ອາເມລິກາ, ທ່ານນາງ ຮສຈ.ປອ ຫງວຽນທິລານແອັງ, ຜູ້ສະໝັກຮັບເລືອກຕັ້ງຂອງ ຫວຽດນາມ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງຜູ້ພິພາກສາສານກ່ຽວກັບກົດໝາຍທະເລສາກົນ (ITLOS) ອາຍຸການ 2026 – 2035 ດ້ວຍຈຳນວນບັດສະໜັບສະໜູນສູງແຖວໜ້າໃນບັນດາຜູ້ສະໝັກຮັບເລືອກຕັ້ງ. ນີ້ເປັນຄັ້ງທຳອິດທີ່ ຫວຽດນາມ ມີນັກຊ່ຽວຊານດ້ານນິຕິກຳສາກົນ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເປັນຜູ້ພິພາກສາ ITLOS.
ທ່ານ ເລຮວ່າຈູງ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ສານກົດໝາຍທະເລສາກົນ (ITLOS) ແມ່ນໜຶ່ງໃນບັນດາອົງການພິພາກສາສາກົນທີ່ສຳຄັນທີ່ສຸດກ່ຽວກັບກົດໝາຍສາກົນເວົ້າລວມ, ກ່ຽວກັບກົດໝາຍທະເລເວົ້າສະເພາະ. ເລື່ອງທ່ານ ຮສຈ. ປອ ນາງ ຫວຽນທິລານແອັງ ໄດ້ຮັບຄວາມໄວ້ວາງໃຈຈາກບັນດາປະເທດສະມາຊິກ UNCLOS 1982 ເລືອກຕັ້ງຮັບດຳລົງຕຳແໜ່ງເປັນຜູ້ພິພາກສາ ITLOS ດ້ວຍຈຳນວນບັດສະໜັບສະໜູນສູງແຖວໜ້າໃນບັນດາຜູ້ສະໝັກຮັບເລືອກຕັ້ງນັ້ນ ໄດ້ສະແດງໃຫ້ເຫັນການຕີລຄາຢ່າງຕັ້ງໜ້າຂອງບັນດາປະເທດສະມາຊິກ UNCLOS 1982, ຂອງປະຊາຄົມສາກົນທີ່ມີຕໍ່ຄວາມປາດຖະໜາຢາກປະກອບສ່ວນຂອງ ຫວຽດນາມ ສຳລັບເລື່ອງເຊີດຊູ ແລະ ຮັບປະກັນບົດບາດເຄົາລົບກົດໝາຍທະເລສາກົນໃນຊີວິດສາກົນ.