ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ (ພາບ: Quochoi.vn)
ກ່າວຄຳເຫັນທີ່ພິທີ, ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໊ອງ ໄດ້ສະເໜີແຂວງກ໋ວາງຈີ້ ສືບຕໍ່ເສີມຂະຫຍາຍບັນດາທ່າແຮງທີີ່ມີຢູ່ແລ້ວ, ປະຕິບັດບັນດາເປົ້າໝາຍ,ໜ້າທີ່ທີ່ໄດ້ວາງອອກ ໃນວິວັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມໃຫ້ສຳເລັດຜົນ. ພິເສດ, ສືບຕໍ່ພັດທະນາກະສິກຳຕາມທິດເຕັກໂນໂລຢີສູງ, ພັດທະນາອຸດສາຫະກຳພະລັງງານ, ທ່ານນາງ ຕ່ອງທິຟ໊ອງ ເນັ້ນໜັກວ່າ:
“ບັນດາຜົນງານທີ່ບັນລຸໄດ້ຂອງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງ ກ໋ວາງຈີ້ໃນຕະຫຼອດ 30 ປີທີ່ຜ່ານມາໄດ້ສືບທອດ, ຜັນຂະຫຍາຍບັນດາບົດຮຽນອັນລ້ຳຄ່າກ່ຽວກັບວຽກງານຊີ້ນຳ, ບໍລິຫານຂອງ ພະນັກງານການນຳຫຼາຍລຸ້ນ. ນີ້ແມ່ນພື້ນຖານ, ກຳລັງແຮງ ແລະ ກຳລັງໝູນ ຊຸກຍູ້ທາງແຂວງກ໋ວາງຈີ້ສືບຕໍ່ກ້າວກະໂດດຂັ້ນບືນຕົວຂຶ້ນ, ພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າອີກໃນຊຸມປີຈະມາເຖິງ”.
ພາຍຫຼັງ 30 ປີ ແຫ່ງວັນສ້າງຕັ້ງແຂວງຄືນໃໝ່, ລະດັບການເຕີບໂຕເສດຖະກິດສະເລ່ຍແຕ່ລະປີຂອງແຂວງກວາງຈີ໊ ບັນລຸໄດ້ 7,8%.
(ແຫຼ່ງຄັດຈາກ VOV)