• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພະສົງສຳມະເນນ, ພຸດທະສາສະນິກະຊົນນັບພັນໆຄົນ ໄດ້ນ້ອມສົ່ງ ພະມະຫາອາຈານໃຫຍ່ ທິກເຍິດແຫ້ງ ໄປສູ່ຄະຕິພົບ

ຕອນເຊົ້າວັນທີ 29 ມັງກອນ, ຢູ່ ວັດ ຕືຮຽວ  ນະຄອນ ເຫ້ວ, ມີພະສົງສຳມະເນນ ສາສະນິກະຊົນ ນັບພັນໆຄົນ ໄດ້ເຂົ້າຮ່ວມພິທີນ້ອມສົ່ງພະມະຫາອາຈານ ທິກເຍິດແຫ້ງ ໄປສູ່ຄະຕິພົບ.
ມີພະສົງສຳມະເນນ ສາສະນິກະຊົນ ນັບພັນໆຄົນ ໄດ້ເຂົ້າຮ່ວມພິທີນ້ອມສົ່ງພະມະຫາອາຈານ ທິກເຍິດແຫ້ງ ໄປສູ່ຄະຕິພົບ (ພາບ:  phatgiao.org.vn)

ເວລາ 7 ໂມງເຊົ້າ ໂລງສົບຂອງ ພະມະຫາອາຈານໄດ້ແຫ່ໄປເຖິງ ສຸສານ  ຫວີງຮັ່ງ ນະຄອນ ເຫ້ວ ເພື່ອປະຕິບັດພິທີເຜົາສົບ.

ພະມະຫາອາຈານ ທິກເຍິດແຫ້ງ ມີຊື່ວ່າ ຫງວຽນຊວນບ໋າວ ເກີດປີ 1926 ຢູ່ ບ້ານ ແທ່ງຈູງ ເມືອງກວ໋າງດຽນ ແຂວງ ເທື່ອທຽນເຫ້ວ. ພະມະຫາອາຈານ ທິກເຍິດແຫ້ງ ແມ່ນຜູ້ມີຄຸນງາມຄວາມດີໃນການເຜີຍແຜ່ສາສະຫນາພຸດ, ແມ່ນພະມະຫາອາຈານໃຫຍ່ ມີຊື່ສຽງ ແລະມີອິດທິພົນຢ່າງກວ້າງໃຫຍ່ໃນໂລກ. ພະມະຫາອາຈານ ທິກເຍິດແຫ້ງ ທັງແມ່ນນັກວັດທະນະທຳ, ນັກວັນນະຄະດີ, ນັກກະວີ, ນັກຮຽນຮູ້, ນັກປະຫວັດສາດ ແລະນັກເຄື່ອນໄຫວສັນຕິພາບ. ພາຍຫລັງດຳລົງຊີວິດຢູ່ຫ່າງຈາກປະເທດຊາດມາເປັນເວລາຫລາຍປີ, ເດືອນ ຕຸລາ ປີ 2018, ພະມະຫາອາຈານ ທິກເຍິດແຫ້ງໄດ້ກັບຄືນມາຢູ່ ວັດ ຕື່ຮຽວ ນະຄອນ ເຫ້ວ ຈົນເຖິງມື້ມໍລະນະພາບ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top