ຂ່າວສານ
ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ເຂົ້າຮ່ວມພິທີໄວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ
ວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ, ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ມາໄວ້ອາໄລ ແລະ ເຂົ້າຮ່ວມພິທີໄວ້ອາໄລທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ. ເນື່ອງໃນໂອກາດນີ້, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ໄດ້ດຳເນີນການໂອ້ລົມສົນທະນາກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ.
ທີ່ການໂອ້ລົມສົນທະນາ, ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ໄດ້ເນັ້ນໜັກວ່າ ການຈາກໄປຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ລາວ, ພ້ອມກັນນັ້ນ ຫວຽດນາມ ກໍ່ເສຍເພື່ອນໃຫຍ່ຫຼວງຜູ້ໜຶ່ງ. ທ່ານໄດ້ແຈ້ງໃຫ້ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ຊາບວ່າ, ໃນ 2 ມື້ຜ່ານມາ, ມີນັບຮ້ອຍຄະນະຜູ້ແທນການນຳ, ພະນັກງານບັນດາກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ແລະ ທ້ອງຖິ່ນຂອງ ຫວຽດນາມ ໄດ້ໄປຮອດບັນດາອົງການຜູ້ຕາງໜ້າຂອງ ລາວ ປະຈຳ ຕ່າງປະເທດ ເພື່ອໄວ້ອາໄລ, ຂຽນໃສ່ປື້ມໄວ້ອາໄລປະທານສະພາແຫ່ງຊາດ ລາວ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ເຊື່ອໝັ້ນວ່າ ດ້ວຍການປຸກລະດົມກຳລັງໃຈ, ການແບ່ງປັນອັນລ້ຳຄ່າ, ທັນການ, ສຸດຈິດສຸດໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມກັບຄວາມຕັດສິນໃຈຫັນຄວາມເຈັບປວດໃຫ້ກາຍເປັນການກະທຳຂອງບັນດາພະນັກງານ, ສະມາຊິກພັກ, ພໍ່ແມ່ປະຊາຊົນ, ນັກຮົບຂອງທົ່ວປະເທດ ລາວ, ພັກ, ລັດ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນ ລາວ ກໍຄືຄອບຄົວຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມໂສກເສົ້າ, ສູນເສຍນີ້ໂດຍໄວ.
ເນື່ອງໃນໂອກາດນີ້, 2 ຝ່າຍກໍ່ໄດ້ແລກປ່ຽນເນື້ອໃນຈຳນວນໜຶ່ງເພື່ອແນໃສ່ສືບຕໍ່ຊຸກຍູ້, ນຳການພົວພັນຮ່ວມມືລະຫວ່າງ 2 ພັກ, 2 ລັດໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ, ຫັນບັນດາຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ໃຫ້ປະກົນຜົນເປັນຈິງ, ປະກອບສ່ວນຢ່າງແທດຈິງໃຫ້ແກ່ການພັດທະນາຂອງແຕ່ລະປະເທດ, ກໍຄືສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ.







