ຂ່າວສານ

ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ເຂົ້າຮ່ວມພິທີໄວ້ອາໄລທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ

ການຈາກໄປຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ແມ່ນຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ພັກ, ລັດ ແລະ ປະຊາຊົນ ລາວ, ພ້ອມກັນນັ້ນ ຫວຽດນາມ ກໍ່ເສຍເພື່ອນໃຫຍ່ຫຼວງຜູ້ໜຶ່ງ.
ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ແບ່ງ​ເບົາ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່ຄອບຄົວຂອງທ່ານປະທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ. (ພາບ: VNA)

ວັນ​ທີ 12 ສິງ​ຫາ, ຢູ່​ນະ​ຄອນ​ຫຼວງ ວຽງ​ຈັນ, ທ່ານ ເຈິ່ນ​ເກິມ​ຕູ, ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ມາໄວ້​ອາ​ໄລ ແລະ ເຂົ້າ​ຮ່ວມ​ພິ​ທີ​ໄວ້​ອາ​ໄລ​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ເຈິ່ນ​ເກິມ​ຕູ ໄດ້​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ກັບ​ທ່ານ ທ​ອງ​ລຸ​ນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ.

  ທ່ານຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິມຕູ ໄດ້ດຳເນີນການໂອ້ລົມສົນທະນາກັບທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດ ລາວ. (ພາບ: VNA)  

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ ເຈິ່ນ​ເກິມ​ຕູ ໄດ້​ເນັ້ນ​ໜັກ​ວ່າ ການ​ຈາກ​ໄປ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ໄຊ​ສົມ​ພອນ ພົມ​ວິ​ຫານ ແມ່ນ​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນ ລາວ, ພ້ອມ​ກັນ​ນັ້ນ ຫວຽດ​ນາມ ກໍ່​ເສຍ​ເພື່ອນ​ໃຫຍ່​ຫຼວງຜູ້​ໜຶ່ງ. ທ່ານ​ໄດ້​ແຈ້ງ​ໃຫ້​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ​ ຊາບ​ວ່າ, ໃນ 2 ມື້​ຜ່ານ​ມາ, ມີ​ນັບ​ຮ້ອຍ​ຄະ​ນະ​ຜ​ູ້​ແທນ​ການ​ນຳ, ພະ​ນັກ​ງານ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ໝູ່​ຄະ​ນະ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ ໄດ້​ໄປ​ຮອດ​ບັນ​ດາ​ອົງ​ການ​ຜູ້​ຕາງ​ໜ້າ​ຂອງ ລາວ ປະ​ຈຳ ຕ່າງ​ປະ​ເທດ ເພື່ອ​ໄວ້​ອາ​ໄລ, ​ຂຽນ​ໃສ່​ປື້ມ​ໄວ້​ອາ​ໄລ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ.

ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ທອງ​ລຸນ ສີ​ສຸ​ລິດ ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ປຸກ​ລະ​ດົມ​ກຳ​ລັງ​ໃຈ, ການ​ແບ່ງ​ປັນ​ອັນ​ລ້ຳ​ຄ່າ, ທັນ​ການ, ສຸດ​ຈິດ​ສຸດ​ໃຈ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ພ້ອມ​ກັບ​ຄວາມ​ຕັດ​ສິນ​ໃຈ​ຫັນ​ຄວາມ​ເຈັບ​ປວດ​ໃຫ້​ກາຍ​ເປັນ​ການ​ກະ​ທຳ​ຂອງ​ບັນ​ດາ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ, ພໍ່​ແມ່​ປະ​ຊາ​ຊົນ, ນັກ​ຮົບ​ຂອງ​ທົ່ວ​ປະ​ເທດ ລາວ, ພັກ, ລັດ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລາວ ກໍ​ຄື​ຄອບ​ຄົວ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ ຈະ​ຜ່ານ​ຜ່າ​ຄວາມໂສກ​ເສົ້າ, ສູນເສຍ​ນີ້ໂດຍ​ໄວ.

ເນື່ອງ​ໃນ​ໂອ​ກາດນີ້, 2 ຝ່າຍກໍ່​ໄດ້​ແລກ​ປ່ຽນ​ເນື້ອ​ໃນ​ຈຳ​ນວນ​ໜຶ່ງ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກ​ຍູ້, ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ພັກ, 2 ລັດ​ໃຫ້​ເຂົ້າ​ສ​ູ່​ລວງ​ເລິກ, ມີ​ປ​ະ​ສິດ​ທິ​ຜົນ, ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ບັນ​ລຸ​ໄດ້​ໃຫ້​ປະ​ກົນ​ຜົນ​ເປັນ​ຈິງ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ກໍ​ຄື​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ.


top