• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປ່າສະຫງວນແຫ່ງຊາດຈ່າມຈີມ - ເຂດຣາມຊາແຫ່ງທີ 2.000 ຂອງໂລກ

      ປ່າສະຫງວນແຫ່ງຊາດຈ່າມຈີມຂຶ້ນກັບເມືອງຕາມນົງແຂວງດົ່ງທາບໄດ້ຮັບຖືວ່າແມ່ນເຂດຣາມຊາແຫ່ງທີ 2.000 ຂອງໂລກ. ຢູ່ ຈ່າມຈີມໃນຍາມນ້ຳຂຶ້ນແມ່ນເລີ່ມແຕ່ເດືອນ 8 ຫາເດືອນ 11 ໄລ່ຕາມຈັນທະປະຕິທິນ. ຊ່ວງເວລານັ້ນ ປ່າສະຫງວນແຫ່ງຊາດຈ່າມຈີມມີຄວາມສວຍງາມດ້ວຍສີຂຽວອຸ່ມທຸ່ມປົກຄຸມໄປທົ່ວ ປຽບເໝືອນຮູບພາບແດນສະຫວັນ. ນັ້ນແມ່ນບັນດາທົ່ງດອກບົວ, ດອກບົວນ້ຳ... 
ຫຼຽວເບິ່ງຈາກບ່ອນສູງ, ປ່າສະຫງວນແຫ່ງຊາດຈ່າມຈີມ ສວຍງາມເໝືອນດັ່ງຮູບພາບແດນສະຫວັນ
           ໂດຍນອນຢູ່ຫ່າງຈາກນະຄອນກາວແຫຼ໊ງແຂວງດົ່ງທາບປະມານ 35 ກິໂລແມັດ, ປ່າສະຫງວນແຫ່ງຊາດຈ່າມຈີມແມ່ນເຂດດິນນ້ຳຖ້ວມມີເນື້ອທີ່ກວ່າ 7.300 ເຮັກຕາຂຶ້ນກັບບໍລິເວນ 5 ຕາແສງຄືເຕິນກົງຊິງ, ຝູດືກ, ຝູເຖາະ, ຝູແທັ່ງ, ຝູຮ້ຽວແລະເທດສະບານເມືອງຈ່າມຈີມ ຂອງເມືອງຕາມນົງແຂວງດົ່ງທາບຢູ່ແຫ່ງນີ້ແມ່ນບ່ອນພັກພາອາໄສຂອງພຶກສາຊາດກວ່າ 130 ຊະນິດ, ນົກກວ່າ 200 ຊະນິດຄື ນົກຍາງຂາວ, ເປັດນ້ຳ, ນົກກະສາ... 8 ປີກ່ອນນີ້ ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຮັບການຮັບຮອງແມ່ນເຂດຣາມຊາ - ເຂດອະນຸລັກນ້ຳຖ້ວມແຫ່ງທີ 2.000 ຂອງໂລກ ແລະ ເປັນແຫ່ງທີ່ 4 ຂອງຫວຽດນາມ. ອ້າຍຫງວຽນວັນວຸຍ ຜູ້ນຳທ່ຽວຢູ່ແຂວງດົ່ງທາບໃຫ້ຮູ້ວ່າ:
      “ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຮັບການຮັບຮອງແມ່ນເຂດຣາມຊາຍ້ອນສາມາດຕອບສະໜອງບັນດາເງື່ອນໄຂ, ທີໜຶ່ງແມ່ນ ສົນທິສັນຍາຣາມຊາໄດ້ຖືກສ້າງຂຶ້ນເພື່ອປົກປັກຮັກສາບັນດາເຂດດິນນ້ຳຖ້ວມ. ດັ່ງນັ້ນຈ່າມຈີມຂອງດົ່ງທາບເມື່ອຍ ສາມາດຮັບປະກັນມາດຕະຖານທຳອິດແມ່ນເຂດດິນນ້ຳຖ້ວມ.  ແລະສົນທິສັນຍາດັ່ງກ່າວໄດ້ຖືກສ້າງຂຶ້ນເພື່ອປົກປັກຮັກສານົກທີ່ມີຄ່າຫາຍາກຊະນິດຕ່າງໆ ນີ້ກໍ່ແມ່ນເງື່ອນໄຂທີສອງ. ສ່ວນເງື່ອນໄຂທີສາມແມ່ນຢູ່ແຫ່ງນີ້ເປັນເຂດປ່າທຳມະຊາດດ້ວຍເນື້ອທີ 7.313 ເຮັກຕາ. ປ່າສະຫງວນແຫ່ງນີ້ ກໍ່ຍັງມີນົກຫາຍາກຫຼາຍຊະນິດແລະ ທັງມີປານ້ຳຈືດໄດ້ຮັບການອະນຸລັກ ແລະ ມີຊີວິດແບບທຳມະຊາດຢູ່ແຫ່ງນີ້”.
     ແຕ່ເດືອນ 12 ຫາ ເດືອນ 5 ໄລ່ຕາມຈັນທະປະຕິທິນກໍ່ແມ່ນຍາມລະດູແລ້ງ. ເມື່ອໄດ້ ຂີ່ເຮືອຈັກລ່ອງຕາມລຳຄອງ ແຂກທ່ອງທ່ຽວທັງຫຼາຍຈະຖືກເຊື່ອມຕົວເຂົ້າກັບທິວທັດທຳມະຊາດດ້ວຍທ້ອງຟ້າແຈ່ມໃສ ກຸ່ມເມກເລື່ອນລອຍແລະຫ້ວຍນ້ຳລຳເຊທີ່ກວ້າງໃຫຍ່ໃນປ່າສະຫງວນ.  ອ້າຍຫງວຽນວັນວຸຍໃຫ້ຮູ້ຕື່ມອີກວ່າ:
     “ໃນປ່າສະຫງວນແຫ່ງຊາດ ເນື້ອທີ່ປ່າສະນັດກວມເຖິງ 3.000 ເຮັກຕາ ສ່ວນຫຼາຍແມ່ນປ່າສະນັດ. ສ່ວນທີ່ຍັງເຫຼືອແມ່ນເນື້ອທີ່ຜັກຕົບ,ດອກໄມ້ຊະນິດຕ່າງໆ”.
     ໃນຍາມເດືອນຈຽງເມື່ອມາຢາມປ່າສະຫງວນແຫ່ງຊາດຈ່າມຈີມ ແຂກທ່ອງທ່ຽວທັງຫຼາຍຈະໄດ້ຮັບຊົມດອກ ແລນຕີບູລາເຣຍ ໃນທ່າມກາງໜອງນ້ຳທີ່ກວ້າງໃຫຍ່ໄພສານ. ເມື່ອມີເງື່ອນໄຂພຽງພໍ ດອກໄມ້ຊະນິດນີ້ຈະບານສະພັ່ງດ້ວຍສາມກີບສີມ່ວງທີ່ເປັນເອກະລັກ. ອ້າຍວຸຍເວົ້າວ່າ:
       “ດອກແລນຕີບູລາເຣຍເມື່ອບານສະພັ່ງກໍ່ມີເຕັມຢູ່ຕາມເສັ້ນທາງ. ມັນປົ່ງຢູ່ໜ້ານ້ຳຍາວຢຽດ ນັບເປັນກິໂລແມັດ. ດອກໄມ້ຊະນິດນີ້ ຄົງຕົວໄດ້ 30 ຫາ 40 ວັນ ນອນເລິກໃນປ່າສະຫງວນແຫ່ງຊາດຈ່າມຈີມ”.
      ເມື່ອຂີ່ເຮືອລ່ອງຕາມສາຍນ້ຳ ແຂກທ່ອງທ່ຽວຈະຖືກຫຼົງໄຫຼເມື່ອໄດ້ເຫັນຝູງເປັດນ້ຳຫຼັບແລ, ເມື່ອເຫັນນົກຍາງຂາວພວມຢືນເທິງຕົ້ນໄມ້... ມຸ່ງສາຍຕາໄປທາງໄກກໍ່ເຫັນ ດວງຕາເວັນຕົກດິນດ້ວຍສີແດງໆສວຍງາມ. ອ້າຍວຸຍໃຫ້ຮູ້ອີກວ່າ:
       “ມີຄວາມງາມອີກອັນໜຶ່ງແມ່ນຄວາມງາມເມື່ອນົກຊະນິດຕ່າງໆຢູ່ແຫ່ງນີ້ເຄື່ອນຍ້າຍໄປຫາກິນ. ຢູ່ທີ່ນີ້ແຂກທ່ອງທ່ຽວຈະເຫັນນົກຍາງໄປຫາກິນດ້ວຍວິທີຢືນ ແລະ ລໍຖ້າປາ. ມັນບໍ່ຟ້າວຈັບປາແຕ່ມັນລໍຖ້າຊ່ວງເວລາໃດໜຶ່ງເມື່ອເຫັນປາໂຕນັ້ນປະໝາດ ແລະ ມັນລໍຖ້າໃຫ້ໜ້ານ້ຳມິດງຽບ ຈຶ່ງຈະໄດ້ຈັບປາຢ່າງງ່າຍດາຍ”.
      ປ່າສະຫງວນແຫ່ງຊາດຈ່າມຈີມໄດ້ຖືກແບ່ງເປັນ 5 ອະນຸເຂດ.ໃນນັ້ນອະນຸເຂດ A1 ແລະ A5 ແມ່ນເຄື່ອນໄຫວຮັບໃຊ້ທ່ອງທ່ຽວ.  ສ່ວນອະນຸເຂດອື່ນໆຄື A2 ກໍ່ແມ່ນບໍລິເວນເພື່ອໃຫ້ນົກອອກໄຂ່. ສ່ວນອະນຸເຂດ A3 ແມ່ນອະນຸລັກປາຊະນິດຕ່າງໆ. ອະນຸເຂດ A4 ແມ່ນເຂດຫາກິນຕົ້ນຕໍຂອງນົກເຈົ່າຫົວແດງ. ເມື່ອກ່ອນນີ້ ຮອດລະດູນ້ຳຂຶ້ນ ນົກເຈົ່າຫົວແດງກໍ່ໄດ້ພາກັນອົບພະຍົບ. ຮອດຍາມລະດູແລ້ງພວກມັນກໍພາກັນບິນມາຫາກິນ.
(ແຫຼ່ງຄັດຈາກ VOV)

ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ

ງານວາງສະແດງພາບຖ່າຍກ່ຽວກັບໄຊຊະນະດ້ຽນບຽນຝູ ຢູ່ ສປປ ລາວ

ງານວາງສະແດງດັ່ງກ່າວໄດ້ວາງສະແດງຮູບຖ່າຍເອກະສານ 200 ຢ່າງທີ່ລ້ຳຄ່າຊຶ່ງໄດ້ຈັດເປັນ 4 ພາກ. ພາກທີ 1 ສຸມໃສ່ບັ້ນຮົບ ລະດູໜາວ ຕໍ່ລະດູບານໃໝ່ 1953 – 1954.

Top