ຂ່າວສານ
ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມການພົບປະກັບກອງທະຫານຍິງ, ອະດີດຊາວໜຸ່ມຕະລຸມບອນ ເຂດ ພາກໃຕ້ ຫວຽດນາມ

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມການພົບປະກັບກອງທະຫານຍິງ
ເບັ້ນແຈ ໄດ້ຮັບຖືວ່າແມ່ນ ແຫ່ງກຳເນີດ “ກອງທະຫານຍິງ” ເຊິ່ງເປັນກອງທະຫານມີພຽງແຕ່ໜຶ່ງ ບໍ່ມີສອງໃນໂລກ ແລະ ໄດ້ກາຍເປັນສັນຍະລັກລວມທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງ ແມ່ຍິງພາກກາງ ໃນ ປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍ ຊາດ. ພິເສດກ່ວາອີກ ແມ່ນການປະກົດຕົວຂອງ ການນຳທີ່ ປີຊາສາມາດ ແລະ ແມ່ນສັນຍະລັກ ຂອງ ກອງທະຫານ ຍິງ - ນັ້ນແມ່ນທ່ານນາງນາຍພົນ ຫງວຽນທິດິ້ງ. ພາບພົດທີ່ອົງອາດກ້າຫານຂອງກອງທະຫານ ຍິງ ໄດ້ເຂົ້າສູ່ປະຫວັດສາດເໝືອນດັ່ງສິ່ງມະຫັດສະຈັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສືບຕໍ່ໄດ້ເສີມຂະຫຍາຍໃນສະໄໝປັດຈຸບັນ.
(ແຫຼ່ງຄັດຈາກ VOV)