ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​​ກອງ​ທະ​ຫານ​ຍິງ, ອະ​ດີດ​ຊາ​ວ​ໜຸ່ມ​ຕະລຸມບອນ ​ເຂດ​ ພາກ​ໃຕ້ ຫວຽດ​ນາມ

ຕອນບ່າຍວັນທີ 16 ມັງກອນ, ຢູ່ແຂວງເບັ້ນແຈ, ສູນກາງສະຫະພັນແມ່ຍິງ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງເບັ້ນແຈ ໄດ້ຈັດຕັ້ງການພົບປະກັບຄະນະຜູ້ແທນ “ກອງທະຫານຍິງ”, ອະດີດຊາວໜຸ່ມຕະລຸມບອນ ຂອງ ແຂວງ, ນະຄອນ 21 ແຫ່ງ ຢູ່ເຂດ ທາງທິດຕາເວັນອອກພາກໃຕ້, ແລະ ເຂດທາງທິດຕາເວັນຕົກ ພາກໃຕ້ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ.

ປະທານສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມການພົບປະກັບກອງທະຫານຍິງ 

ເບັ້ນແຈ ໄດ້ຮັບຖືວ່າແມ່ນ ແຫ່ງກຳເນີດ “ກອງທະຫານຍິງ” ເຊິ່ງເປັນກອງທະຫານມີພຽງແຕ່ໜຶ່ງ ບໍ່ມີສອງໃນໂລກ ແລະ ໄດ້ກາຍເປັນສັນຍະລັກລວມທີ່ເຕັມໄປດ້ວຍຄວາມເອກອ້າງທະນົງໃຈຂອງ ແມ່ຍິງພາກກາງ ໃນ ປະຫວັດສາດແຫ່ງການຕໍ່ສູ້ປົດປ່ອຍ ຊາດ. ພິເສດກ່ວາອີກ ແມ່ນການປະກົດຕົວຂອງ ການນຳທີ່ ປີຊາສາມາດ ແລະ ແມ່ນສັນຍະລັກ ຂອງ ກອງທະຫານ ຍິງ - ນັ້ນແມ່ນທ່ານນາງນາຍພົນ ຫງວຽນທິດິ້ງ. ພາບພົດທີ່ອົງອາດກ້າຫານຂອງກອງທະຫານ ຍິງ ໄດ້ເຂົ້າສູ່ປະຫວັດສາດເໝືອນດັ່ງສິ່ງມະຫັດສະຈັນ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສືບຕໍ່ໄດ້ເສີມຂະຫຍາຍໃນສະໄໝປັດຈຸບັນ.
(ແຫຼ່ງຄັດຈາກ VOV)

 

top