• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກຽມ​ພ້ອມ​ໃຫ້​ແກ່​ວັນ​ວັດ​ທະ​ນ​ະ​ທຳ ຫວຽດ​ນາມ ຄັ້​ງ​ທີ 1

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ, ທັງ 34 ແຂວງ, ນະ​ຄອນ​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ຈັດ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ ດ້ວຍກວ່າ 400 ລ​າຍການ, ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ງານ​ວາງ​ສະ​ແດງ.
  ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ກ່ຽວ​ກັບ​ບັນ​ດາ​ ວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຄັ້ງ​ທີ 1 (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 5 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ແລະ ຄະ​ນະ​ກຳ​ມະ​ການ​ປະ​ຊ​າ​ຊົນ ນະ​ຄອນ ຮ່າ​ໂນ້ຍ ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຕາມ​ຮູບ​ແບບ​ເຊິ່ງ​ໜ້າ​ສົມ​ທົບກັບ​ທາງ​ໄກ, ໂດຍ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງວັນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຄັ້ງ​ທີ 1 ທີ່​ຈະ​ດຳ​ເນີນ​ໃນ​ວັນ​ທີ 24 ພະ​ຈິກ​ຈະ​ມາ​ເຖິງ.

ຕາມ​ຄະ​ນະ​ຈັດ​ຕັ້ງ​ແລ້ວ, ມາ​ຮອດ​ປັດ​ຈຸ​ບັນ, ທັງ 34 ແຂວງ, ນະ​ຄອນ​ໄດ້​ປະ​ກາດ​ໃຊ້​ແຜນ​ການ​ຈັດ​​ບັນ​ດາ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງ ດ້ວຍກວ່າ 400 ລ​າຍການ, ເຫດ​ການ​ວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ, ງານ​ວາງ​ສະ​ແດງ. ບັນ​ດາ​ກິດ​ຈະ​ກຳ​ມຸ່ງ​ໄປ​ເຖິງ​ການ​ເຊີດ​ຊູ​ສີ​ສັນ​ວັດ​ທະ​ນະ​​ທຳ​ຂອງ​ຊາດ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ມະ​ຫາ​ສາ​ມັກ​ຄີ​ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ, ​ປະ​ດິດ​ຄິດສ້າງ, ຮັບ​ຊົມ​ວັດ​ທ​ະ​ນະ​ທຳ​ໂດຍ​ກົງ. ໂດຍ​ມີ​ຄຳ​ຮຽກ​ຮ້ອງ​ກ່ຽວ​ກັບ​ການ​ໂຄ​ສະ​ນາ​ໃນ​ໂອ​ກາດ​ກ່ອນ ແລະ ໃນ​ວັນ​ບຸນ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຄັ້ງ​ທີ 1, ທ່ານ​ບຸຍ​ຮ​ວ່າຍ​ເຊີນ, ຮອ​ງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງພັກ​ກອມ​ມູ​ນິດ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ:

ບໍ່​ພຽງ​ແຕ່​ລົງ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ, ແຕ່​ຕ້ອງ​ເຮັດ​ໃຫ້​ມະ​ຫາ​ຊົນ​ມີ​ຄວາມ​ເຂົ້າ​ໃຈ​ຖືກ​ຕ້ອງ, ເລິກ​ເຊິ່ງ, ຮູ້​ສຶກ​ໄດ້​ເຖິງ​ຄຸນ​ຄ່າ​ຂອງວັດ​ທະ​ນະ​ທຳ, ກຳ​ລັງ​ແຮງ​ຂອງ​ຄວາມ​ມະ​ຫາ​ສາ​ມັກ​ຄີ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ຄົນ​ໃນ​ການ​ສ້າງ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຊາວ​ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ອຳ​ນວຍ​ຄວາມ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຊົມ​ໃຊ້ ວັດ​ທະ​ນະ​ທຳ

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ​ສະ​ເໜີ​ຕ້ອງ​ເບິ່ງ​ແຍງ​ອະ​ນຸ​ລັກ​ຮັກ​ສາ ແລະ ຖ່າຍ​ທອດ​ມໍ​ລະ​ດົກ, ກ່ອນ​ອື່ນ​ໝົ້ດ​ດ້ວຍ​ການ​ເບິ່ງ​ແຍງ​ດູ​ແລ​ຜູ້​ຄົນ​ພວມ​ເກັບ​ຮັກ​ສາ, ປະ​ຕິ​ບັດ​ມໍ​ລະ​ດົກ.

Top